Modern technology gives us many things.

ກອງປະຊຸມເຜີຍແຜ່ຫຼັກສູດການຮຽນ-ການສອນ ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ເກັບກຳຄວາມຕ້ອງການຂອງຕະຫລາດແຮງງານ ທາງດ້ານ ໄອຊີທີ, ທີ່ ພະແນກ ຕສ  ແລະ ໂຮງຮຽນມັດທະຍົມ ຕອນປາຍ ແຂວງບໍ່ແກ້ວ

ໃນວັນທີ 21 ພຶດສະພາ 2025, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຈັດກອງປະຊຸມເຜີຍແຜ່ຫຼັກສູດການຮຽນ-ການສອນ ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ເກັບກຳຄວາມຕ້ອງການຂອງຕະຫລາດແຮງງານ ທາງດ້ານ ໄອຊີທີ ທີ່ແຂວງບໍ່ແກ້ວ, ໂດຍການເປັນປະທານຂອງ ທ່ານ ປອ ນ ໃຈມາລີ ພະກະຊຸມ ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຫົວໜ້າຄະນະຮັບຜິດຊອບ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພອນສະໄໝ ພິດທະຈິດ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍ່ແກ້ວ, ມີພະນັກງານຈາກພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍ່ແກ້ວ, ພະນັກງານຈາກພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ, ພະນັກງານຈາກບໍລິສັດຜູ້ໃຫ້ບໍລິຫານງານດ້ານໂທລະຄົມ ແລະ ຄະນະຮັບຜິດຊອບຈາກ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເຂົ້າຮ່ວມ ທັງໝົດຫຼາຍກວ່າ 60 ທ່ານ. ໄດ້ສຶບຕໍ່ໃນວັນທີ 22 ພຶດສະພາ 2025 ພາຍໃນການຊີ້ນໍາຂອງຫົວໜ້າຄະນະຮັບຜິດຊອບ ລົງເຜີຍແຜ່ ແລະ ສໍາຫຼວດຂໍ້ມູນ ທີ່ໂຮງຮຽນ ມັດທະຍົມ ສົມບູນ ສັນຕິພາບ ແລະ ຫວ້ຍຊາຍ ມີພະນັກງານຄູອາຈານ ແລະ ນັກຮຽນຊັ້ນ ມໍ 7 ເຂົ້າຮ່ວມຫຼາຍກວ່າ 200 ຄົນ, ທີ່ເມືອງຫ້ວຍຊາຍ, ແຂວງ ບໍ່ແກ້ວ.

ເພື່ອຜັນຂະຫຍາຍແຜນພັດທະນາ 05 ປີ ຄັ້ງທີ II (2021 – 2026) ຂອງ ສະຖາບັນເຕັກໂນໂລຊີການສື່ສານຂ້ໍມູນຂ່າວສານ, ອີງໃສ່ແຜນການສູ້ຊົນໃນການປັບປຸງ ແລະ ຍົກລະດັບສະຖາບັນໃຫ້ສູງຂຶ້ນ ແລະ ເພື່ອເປັນການສົ່ງເສີມທິດທາງການຫັນເປັນດິຈິຕອນຂອງປະເທດລາວ ຊຶ່ງນອນໃນແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການສ້າງບຸກຄະລາກອນທາງດ້ານດິຈິຕອນ ອອກຮັບໃຊ້ສັງຄົມ ແລະ ນອນໃນ ຂໍ້ແຂງຂັນ ຮັກຊາດ ໄລຍະ 2020-2025 ຂອງ ສະຖາບັນເຕັກໂນໂລຂຊີການສື່ສານຂໍ້ມູນຂ່າວສານ ສປປ ລາວ, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈຶ່ງໄດ້ສ້າງແຜນໃນການເຄື່ອນໄຫວ ເຜີຍແຜ່ຫຼັກສູດການຮຽນ-ການສອນ ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ເກັບກຳຄວາມຕ້ອງການຂອງຕະຫລາດແຮງງານ ທາງດ້ານ ໄອຊີທີ.

ໃນກອງປະຊຸມໄດ້ຮັບຟັງການ ເຜີຍແຜ່ຄວາມເປັນມາ, ພາລະບົດບາດ, ຫຼັກສູດການຮຽນ-ການສອນ ໄລຍະສັ້ນ ຄື: ບັນດາຫຼັກສູດຝຶກອົບຮົມໄລຍະສັ້ນທີ່ເປັນຂອງ ສຕສ ເອງ, ໂຄງການຮ່ວມມືການພັດທະນາບຸກຄະລາກອນດ້ານໄອຊີທີ ກັບ ບໍລິສັດ ຮຸ່ງອາລຸນ ເທັກໂນໂລຢີ ຈໍາກັດ, ສູນຝຶກອົບຮົມ ລາວ-ອິນເດຍ, ສູນຝຶກອົບຮົມ ອາຊຽນ-ເກົາຫຼີ ແລະ ອື່ນໆ ແລະ ໄລຍະຍາວລະດັບ ປະລິນຍາຕີ 8 ສາຂາຢູ່ ສະຖາບັນ ຕສ, ຫຼັກສູດຮ່ວມມືສາກົນ ກັບ ເພື່ອນຮ່ວມຍຸດທະສາດ ປະເທດອອ້ມຂ້າງ ຄື: ມະຫາວິທະຍາໄລ ຢູນນານ ສປປ ຈີນ 1 ສາຂາວິສະວະກໍາພັດທະນາຊອບແວ, ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີ ຮ່າໂນຍ ສສ ຫວຽດນາມ 3 ສາຂາວິທະຍາສາດຄອມພິມເຕີ, ຄວາມປອດໄພທາງໄຊເບີ, ໄອຊີທີ ແລະ ມະຫາວິທະຍາໄລ ຂອນແກ່ນ ປະເທດ ໄທ 1 ສາຂາ ວິສະວະການຄອມພິມເຕີ ແລະ ວຽກງານວິຊາການອື່ນໆ ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

ທີ່ຕິດພັນກັບໂອກາດໃນການຮັບທຶນການສຶກສາຈາກ ບໍລິສັດ ຫົວເຫວີຍ, ກອງທຶນ ຢາມາໂມໂຕະ ປະເທດ ຍິປຸ່ນ ແລະ ທຶນຮຽນໃນປີ 2 ແລະ 3 ທີ່ມະຫາວິທະຍາໄລ ຍຸນນານ. ນອກນັ້ນ, ກໍ່ຍັງໄດ້ມີການ ເກັບກຳຄວາມຕ້ອງການຂອງຕະຫລາດແຮງງານບຸກຄະລາກອນ ທາງດ້ານ ໄອຊີທີ ໂດຍປະເມີນທັງຫຼັກສູດທີ່ມີຢູ່ປັດຈຸບັນ ແລະ ຫຼັກສູດໃໝ່ ທັງໝົດ 08 ສາຂາ ໃນລະດັບປະລິນຍາຕີ ຄື: ສາຂາ ວິສະວະກຳເຄືອຂ່າຍໂທລະຄົມມະນາຄົມ, ສາຂາ ເຕັກໂນໂລຊີຂໍ້ມູນຂ່າວສານ, ສາຂາ ບໍລິຫານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ສາຂາ ຄວາມປອດໄພໄຊເບີ, ສາຂາ ໄປສະນີ ແລະ ໂລຈິດສະຕິກ, ສາຂາ ການຄ້າອອນລາຍ, ສາຂາ ຖານຂໍ້ມູນ ແລະ ບໍລິຫານເຊີເວີ ແລະ ສາຂາ ປັນຍາປະດິດ AI

ໃນການລົງເກັບກຳຄວາມຕ້ອງການຂອງຕະຫຼາດແຮງງານ ໃນຄັ້ງນີ້ ແມ່ນເພື່ອປະເມີນຄວາມເປັນໄປໄດ້, ຄວາມຕ້ອງການແຮງງານໃນ 08 ສາຂາດ້ານເທິງນັ້ນ, ເພື່ອນຳຂໍ້ມູນທີ່ໄດ້ໄປຜັນຂະຫຍາຍ ໃນການປັບປຸງ ແລະ ສ້າງໃໝ່ ຫຼັກສູດ ໃນສາຂາ ທີ່ມີຄວາມສໍາຄັນຫຼາຍຕໍ່ການພັດທະນາຊັບພະຍາກອນມະນຸດໃນ ຂະແໜງການ ໄອຊີທີ ໃຫ້ມີຄວາມກຽມພ້ອມອອກຮັບໃຊ້ວຽກໃນການຫັນເປັນ ດິຈິຕອນ ແບບກຸ້ມຕົນເອງ. ຊຶ່ງ, ນອນໃນແຜນການຍົກລະດັບສະຖາບັນ ຕສ ໃຫ້ໄດ້ຄຸນນະພາບ ແລະ ຮັບປະກັນການມີວຽກເຮັດງານທໍາຂອງ ນັກສຶກສາທີ່ຈົບໃໝ່ ແລະ ການສ້າງໂອກາດໃຫ້ພະນັກງານທົ່ວຂະແໜງແຕ່ສູນກາງຮອດທ້ອງຖີ່ນ ພັດທະນາຕໍ່ຍອດຈາກສິງທີ່ຮູ້ແລ້ວໃຫ້ຮູ້ດີຂື້ນກວ່າເກົ່າ ເພື່ອປົກປັກຮັກສາ ແລະ ພັດທະນາ ປະເທດຊາດ ຕາມຂໍ້ແຂ່ງຂັນຮັກຊາດທີ່ລະບຸມີວຽກບູລິມະສິດໃນການພັດທະນາບຸກຄະລາກອນ ທີ່ຕິດພັນກັບການພັດທະນາທຸກຂະແໜງການຢ່າງເຂັ້ມແຂງ ແລະ ຍືນຍົງ. ເຮັດໃຫ້ນັກສຶກສາທີ່ປະລະການຮຽນຫັນກັບມາເຂົ້າສູ່ລະບົບການສຶກສາ ແລະ ເຂົ້າຮ່ວມຂະບວນການພັດທະນາຕົວເອງຕະຫຼອດຊີວິດ ເປັນການເພີ່ມປະສິດທິພາບໃຫ້ແກ່ສີມືແຮງງານໄດ້ຕາມມາດຕະຖານຂອງກະຊວງ ສຶກສາທິການ ແລະ ກິລາ, ສອດຄ່ອງກັບທິດທາງການຫັນເປັນດິຈິຕອນ ຢ່າງສົມບູນແບບ.

ນອກນັ້ນໃນກອງປະຊຸມ ຍັງໄດ້ມີການປຶກສາຫາລື ແລະ ວາງແຜນ ພາຍໃນທິດຊີ້ນໍາຂອງປະມານກອງປະຊຸມ ໃນການສ້າງທິດທາງຮ່ວມມືທາງດ້ານວິຊາການອື່ນໆ ເຊັ່ນ​: ການສ້າງບຸກຄະລາກອນໂດຍການຝຶກອົບຮົມໄລຍະສັ້ນທີ່ອອກແບບສະເພາະເພື່ອຕອບສະໜອງຕໍ່ຄວາມຕ້ອງການແກ່ນັກຮຽນ, ນັກສຶກສາ, ພະນັກງານພາຍໃນຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ກໍ່ດີ, ຂະແໜງການອື່ນກໍ່ຕາມ ໃຫ້ໄດ້ຮັບການພັດທະນາຂ້າມຜ່ານຂີດຈໍາກັດຂອງຕົນໃນການຮຽນຮູ້ ພ້ອມທັງນໍາໃຊ້ເຂົ້າພັດທະນາວຽກງານຂອງຕົນໃນປະຈຸບັນ ແລະ ສຶບເນື່ອງໄປໃນອານາຄົດ ໃນການປະຢັດຄ່າໃຊ້ຈ່າຍບໍ່ຈໍາເປັນ, ຮັບປະກັນຄຸນນະພາບ, ເວລາ ແລະ ບຸກຄະລາກອນ ສາມາດເຮັດວຽກໄດ້ຫຼາຍຮູບແບບທີ່ທັນສະໄໝໃນຍຸກສະ ໄໝຫັນເປັນດິຈິຕອນ ຕາມທິດຍຸດທະສາດແຫ່ງຊາດ ຂອງ ສປປ ລາວ ທີ່ ເໜັ້ນໜັກການສ້າງບຸກຄະລາກອນອອກຮັບໃຊ້ວຽກງານໄດ້ຕົວຈິງ ແລະ ສຶບຕໍ່ຄົ້ນຄ້ວາຮ່ວມກັນໃນການຜັນຂະຫຍາຍການຮ່ວມມືທີ່ມີແລ້ວໃຫ້ເກີດຜົນປະໂຫຍດແຕ່ສູນກາງລົງຮອດທ້ອງຖີ່ນ ຄຽງຄູ່ກັບສ້າງແຜນສະເໜີຄວາມຕ້ອງການຕົວຈິງໃນການເພີ່ມຄູ່ຮ່ວມມື   ໃໝ່ໃນບັນດາປະເທດຢູ່ເຂດຊາຍແດນ 3 ຫຼ່ຽມຄໍາ ຍາດແຍ່ງການຊ່ວຍເຫຼືອ ທີ່ມີທ່າແຮງຊຸກຍູ້ເຊິງກັນ ແລະ ກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດ ໃນດ້ານອື່ນໃນຕໍ່ໜ້າ ໃຫ້ມີລັກສະນະຕໍ່ເນື່ອງ, ສະເພາະຕອບສະໜອງຕໍ່ຄວາມຕ້ອງການຕົວຈິງ, ສ້າງກົນໄກພັດທະນາ, ຄຸ້ມຄອງ ແລະ ບໍາລຸງຮັກສາຢ່າງຍືນຍົງ, ປະສິດທິພາບ ແລະ ປະສິດທິຜົນສູງສຸດ ຮ່ວມກັນ ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຕ່າງໜ້າໃຫ້ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນວຽກງານພັດທະນາບຸກຄະລາກອນອອກສູ່ສັງຄົມ ກັບບັນດາສະຖາບັນການສຶກສາ, ສູນຝຶກອົບຮົມໃນແຂວງບໍ່ແກ້ວ ແລະ ເຂດເສດຖະກິດພິເສດ 3 ຫຼ່ຽມຄໍາ.

ພ້ອມທັງໄດ້ຈັດກິດຈະກໍາການຖາມ-ຕອບ ມອບຂອງລາງວັນໃຫ້ແກ່ບັນດາ ນັກຮຽນ ມັດທະຍົມ ຊັ້ນ ມ 7 ກ່ຽວກັບຄວາມ ໝາຍຄວາມສໍາຄັນ, ຄວາມເຂົ້າໃຈ ແລະ ທັກສະທີ່ຕ້ອງການ ໃນການນໍາໃຊ້ທີ່ຄາດວ່າຈະສໍາເລັດການສຶກສາຈາກ ສະຖາບັນ ຕສ ໃນອານາຄົດ. ເຫັນໄດ້ວ່າ, ບັນດານັກຮຽນມີຄວາມເອົາໃຈໃສ່ ແລະ ກະຕືລື້ລົ້ນ ພ້ອມທັງສົນໃຈໃນການຈະສະໜັກເຂົ້າຮຽນຕໍ່ຕາມຫຼັກສູດ ປ.ຕີ ທີ່ ສະຖາບັນ ຕສ ນໍາມາເຜີຍແຜ່ໃນຄັ້ງນີ້ ເຊິງສະແດງອອກຈາກການ ຕອບຄໍາຖາມໄດ້ຊັດເຈນ ທັງໃນຫ້ອງປະຊຸມ ແລະ ແບບສອບຖາມແບບອອນລາຍ.

ພາບ ແລະ ຂ່າວ ໂດຍ ສະຖາບັນ ຕສ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More