Modern technology gives us many things.

ພິທີລົງນາມສັນຍາການຮ່ວມມື (MoA) ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລ ແຫ່ງຊາດ

ໃນຕອນບ່າຍຂອງວັນທີ 18 ມິຖຸນາ 2025 ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີລົງນາມສັນຍາການຮ່ວມມື (MoA)  ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະວິທະຍາສາດທຳມະຊາດ ມະຫາວິທະໄລ ແຫ່ງຊາດ, ໂດຍພາຍໃຕ້ການເປັນ ປະທານຂອງທ່ານ  ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນການພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍທ່ານ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະກົມ, ສູນ, ສະຖາບັນ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ພ້ອມດ້ວຍຄະນະນຳ ຈາກຄະນະວິທະຍາສາດທຳມະຊາດ ມະຫາວິທະໄລ ແຫ່ງຊາດ, ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີລົງນາມສັນຍາການຮ່ວມມື ໃນຄັ້ງນີ້ ທ່ານ ປອ ປະດັບໄຊ ໄຊຍະໂຄດ, ຫົວໜ້າສະຖາບັນເຕັກໂນໂລຊີການ ສື່ສານຂໍ້ມູນຂ່າວສານ ໄດ້ຂື້ນກ່າວຈຸດປະສົງ ເນື້ອໃນພິທີການລົງນາມສັນຍາການຮ່ວມມື ຂອງທັງສອງພາກສ່ວນ ໃນຂົງເຂດ ວຽກງານການພັດທະນາບຸກຄະລາກອນ, ສ້າງຫຼັກສູດ, ການຄົ້ນຄວ້າວິທະຍາສາດ, ວິຊາການ ແລະ ບໍລິການວິຊາການໃຫ້ມີ ຄວາມເຂັ້ມແຂງ ແລະ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໃນຂົງເຂດວິທະຍາສາດຄອມພິວເຕີ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ. ເຊິ່ງການຮ່ວມມືໃນຄັ້ງນີ້ຈະສຸມໃສ່ຂົງເຂດທີ່ສຳຄັນ ດັ່ງນີ້:

  1. ພັດທະນາຫຼັັກສູດການສຶກສາໄລຍະສັ້ນ, ໄລຍະຍາວ ແລະ ສ້າງກິດຈະກໍາທີ່ກ່ຽວຂ້ອງ ເພື່ອສ້າງຄວາມເຂັ້ມແຂງ ຮອບດ້ານໃຫ້ແກ່ ຄູ-ອາຈານ ແລະ ນັກສຶກສາ;
  2. ແລກປ່ຽນບຸກຄະລາກອນບໍລິຫານ, ນັກວິຊາການ ແລະ ນັກສຶກສາ ເພື່ອຖອດຖອນບົດຮຽນດ້ານເຕັກນິກ-ວິຊາ ການ ແລະ ດ້ານບໍລິຫານການສຶກສາ;
  3. ຊຸກຍູ້ສົ່ງເສີມການຄົ້ນຄວ້າວິທະຍາສາດ, ວິຊາການ ແລະ ບໍລິການວິຊາການ, ສ້າງນະວັດຕະກໍາໃໝ່ໃຫ້ກາຍເປັນ ຜະລິດຕະພັນ ທີ່ຕອບສະໜອງຕາມຄວາມຕ້ອງການຂອງສັງຄົມ;
  4. ຊອກຫາແຫຼ່ງທຶນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສະໜັບສະໜູນການຄົ້ນຄວ້າວິທະຍາສາດ, ວິຊາການ ແລະ ສົ່ງເສີມຕໍ່ຍອດຜະລິດຕະພັນທີ່ມີແລ້ວ.

ພາຍຫຼັງທີ່, ທ່ານ ປອ ປະດັບໄຊ ໄຊຍະໂຄດ, ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຂື້ນກ່າວຈຸດປະສົງ ເນື້ອໃນພິທີການລົງນາມສັນຍາການຮ່ວມມືແລ້ວ, ທ່ານ ຮສ. ປອ. ນາງ ວັນແສງ ຈຸນລະມະນີ, ຮອງຄະນະບໍດີ ຄະນະວິທະຍາສາດທໍາມະຊາດ ກໍ່ໄດ້ຂື້ນລາຍງານສະພາບ ຂອງການຮ່ວມມື ຂອງທັງສອງພາກສ່ວນ ໃນພິທີ ການລົງນາມສັນຍາການຮ່ວມມື ໃນຄັ້ງນີ້, ເພື່ອຊຸກຍູ້ຜັນຂະຫຍາຍ ການຮ່ວມມື ໃຫ້ເກີດດອກ ອອກຜົນຢ່າງເປັນຮູບປະທຳ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More