ສະຖາບັນເປີດຊຸດຝຶກອົບຮົມຮ່ວມກັບອົງການ ASIA-PACIFIC TELECOMMUNITY (APT)
ໃນວັນທີ 19 ສິງຫາ 2025 ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສະຖາບັນ ຕສ) ໄດ້ເປີດຊຸດຝຶກອົບຮົມຮ່ວມກັບອົງການ ASIA-PACIFIC TELECOMMUNITY (APT) ໂດຍນັກຊ່ຽວຊານຈາກສະຖາບັນ NT Academy (ປະເທດໄທ) ໃນຫົວຂໍ້ Application of Large Language Models (LLMs) in Telecommunication.

ມີຕາງໜ້າພະນັກງານຈາກບັນດາກົມພາຍໃນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ພະນັກງານຄູອາຈານ ສຕສ ແລະ ຕາງໜ້າບັນດາບໍລິສັດອ້ອມຂ້າງ ກະຊວງ ເຂົ້າຮ່ວມ, ກ່າວເປີດຊຸດຝຶກອົບຮົມໂດຍ ທ່ານ ປອ ອາຣົມຮັກ ໄຊຊະນະສົງຄາມ ຮັກສາການຮອງຫົວໜ້າສະຖາບັນ ຕສ.
ການຝຶກອົບຮົມຄັ້ງນີ້ ມຸ່ງເນັ້ນໃຫ້ຄວາມຮູ້ພື້ນຖານ ແລະ ການປະຕິບັດໂຕຈິງ ໃນການນຳໃຊ້ເຕັກໂນໂລຊີ LLMs ໃນຂະແໜງການໂທລະຄົມມະນາຄົມການສື່ສານ, ແນໃສ່ເສີມສ້າງທັກສະ ແລະ ການນໍາໃຊ້ AI ຢ່າງມີປະສິດທິຜົນ, ເປັນການເປີດໂອກາດໃຫ້ພະນັກງານ ແລະ ນັກວິຊາການແລກປ່ຽນປະສົບການ ພ້ອມກັນນັ້ນ ຍັງເປັນການສ້າງຂໍ້ລິເລີ່ມໃຫ້ແກ່ບັນດາພາກສ່ວນ ເພື່ອຮ່ວມກັນພັດທະນາຂະແໜງເຕັກໂນໂລຊີ ແລະ ການສື່ສານ ຂອງປະເທດ ໃຫ້ທັນສະໄໝຍິ່ງຂຶ້ນ.