ກອງປະຊຸມສຸດຍອດ ວ່າດ້ວຍວຽກງານການສົ່ງເສີມພະລັງງານຮູບແບບໃໝ່ໃນພາກພື້ນອາຊີຕາເວັນອອກ ຄັ້ງທີ 11 ‘‘The 11th East Asia Summit New Energy Forum ທີ່ ເມືອງຄຸນໝິງ, ແຂວງຢຸນນານ, ສປ ຈີນ.
ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ວ່າດ້ວຍວຽກງານການສົ່ງເສີມພະລັງງານຮູບແບບໃໝ່ໃນພາກພື້ນອາຊີຕາເວັນອອກ ຄັ້ງທີ 11 ‘‘The 11th East Asia Summit New Energy Forum’’ ທີ່ ເມືອງຄຸນໝິງ, ແຂວງຢຸນນານ, ສປ ຈີນ.
ໃນວັນທີ 11 ພະຈິກ 2025 ທີ່ຜ່ານມາ, ທ່ານ ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ໄດ້ນຳພາຄະນະຜູ້ແທນ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ວ່າດ້ວຍວຽກງານການສົ່ງເສີມພະລັງງານຮູບແບບໃໝ່ໃນພາກພື້ນອາຊີຕາເວັນອອກ ຄັ້ງທີ 11 ‘‘The 11th East Asia Summit New Energy Forum’’ ທີ່ ເມືອງຄຸນໝິງ, ແຂວງຢຸນນານ, ສປ ຈີນ.
ກອງປະຊຸມສຸດຍອດດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ພະຈິກ 2025, ທີ່ ໂຮງແຮມ Wyndham Grand Plaza Royale Colorful ທີ່ ເມືອງຄຸນໝິງ, ແຂວງຢຸນນານ, ສປ ຈີນ, ຊຶ່ງເປັນກອງປະຊຸມທີ່ສຳຄັນ ຈັດຂຶ້ນໂດຍການຮ່ວມມືລະຫວ່າງ ກົມພົວພັນສາກົນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ສປ ຈີນ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢຸນນານ, ພາຍໃນງານຮັບກຽດຈາກທ່ານ ຫວາງ ຊຽງ, ຮອງຫົວໜ້າກົມພົວພັນສາກົນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ສປ ຈີນ ແລະ ທ່ານ ຊາງ ຈາວຊິວ, ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢຸນນານ ຮ່ວມຂຶ້ນກ່າວເປີດກອງປະຊຸມ.
ກອງປະຊຸມດັ່ງກ່າວເປັນເວທີປຶກສາຫາລື ແລະ ແລກປ່ຽນບົດຮຽນປະສົບການ ເພື່ອແນໃສ່ລົງເລິກການຮ່ວມມືໃນການພັດທະນາເຕັກໂນໂລຊີພະລັງງານຮູບແບບໃໝ່ພາຍໃນພາກພື້ນອາຊີຕາເວັນອອກ, ສົ່ງເສີມການແລກປ່ຽນເຕັກໂນໂລຊີສີຂຽວ ແລະ ຍົກສູງການຮ່ວມມືເພື່ອພັດທະນາອຸດສາຫະກຳ, ສົ່ງເສີມການຄຸ້ມຄອງແຮງງານໃນການກໍ່ສ້າງລະບົບພະລັງງານສະອາດພາຍໃນພາກພື້ນ ພ້ອມທັງຊຸກຍູ້ການນຳໃຊ້ພະລັງງານປະຈຸບັນໃຫ້ຫັນປ່ຽນສີຂຽວຍິ່ງຂຶ້ນ.
ກອງປະຊຸມດັ່ງກ່າວໄດ້ມີຜູ້ເຂົ້າຮ່ວມຕາງໜ້າພາກສ່ວນຈາກ ສປ ຈີນ ຊຶ່ງປະກອບມີ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢຸນນານ, ສະຖາບັນວິທະຍາສາດຊຽງໄຮ, ມະຫາວິທະຍາໄລຢຸນນານ, ແລະ ຕາງໜ້າຈາກບັນດາປະເທດສະມາຊິກ ແລະ ອົງການຈັດຕັ້ງສາກົນ.
ໃນວາລະພິທີເປີດກອງປະຊຸມດັ່ງກ່າວ, ທ່ານ ຫວາງ ຊຽງ ຮອງຫົວໜ້າກົມພົວພັນສາກົນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປ ຈີນ ໄດ້ມີຄຳເຫັນກ່ຽວກັບບົດບາດປະຈຸບັນຂອງ ສປ ຈີນ ທີ່ໄດ້ຜັນຂະຫຍາຍຕົນໃຫ້ກາຍເປັນໜຶ່ງໃນປະເທດທີ່ມີການຫັນເປັນພະລັງງານທີ່ກ້າວໜ້າທີ່ສຸດໃນໂລກ. ຊຶ່ງປະຈຸບັນ, ແຂວງຢຸນນານໄດ້ກາຍເປັນ “ປະຕູແຫ່ງການເຊື່ອມຈອດ” ລະຫວ່າງ ສປ ຈີນ ແລະ ອາຊີຕະເວັນອອກ ໃນການສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີສີຂຽວ, ພ້ອມທັງໄດ້ມີການຮ່ວມມືກັບພາກພື້ນດັ່ງກ່າວເພື່ອສົ່ງເສີມວຽກງານວິທະຍາສາດ ແລະ ເຕັກໂນໂລຊີ, ແລະ ຜັນຂະຫຍາຍວຽກງານພະລັງງານຮູບແບບໃໝ່. ນອກນັ້ນ, ຍັງໄດ້ກ່າວຕື່ມວ່າ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປ ຈີນ ຈະສືບຕໍ່ໃຫ້ການສະໜັບສະໜູນແຂວງຢຸນນານ ໃນການຫັດແໜ້ນການຮ່ວມມືໃນລະດັບພາກພື້ນກັບບັນດາປະເທດສະມາຊິກໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ.
ທ່ານ ຊາງ ຈາວຊິວ, ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຢຸນນານ ໄດ້ມີຄຳເຫັນກ່ຽວກັບບົດບາດ ແລະ ສະຖານະປະຈຸບັນຂອງແຂວງຢຸນນານ ຊຶ່ງເປັນແຂວງທີ່ມີຄວາມສໍາຄັນໃນການພັດທະນາພະລັງງານຮູບແບບໃໝ່ຂອງປະເທດ, ພ້ອມກັບໃຫ້ຄວາມສຳຄັນຕໍ່ການຫັນເປັນທັນສະໄໝຕໍ່ວຽກງານພະລັງງານຮູບແບບໃໝ່ໃຫ້ມີບາດກ້າວທີ່ດີຂຶ້ນ. ຜ່ານມາແຂວງຢຸນນານໄດ້ມີການສົ່ງເສີມທັກສະ ແລະ ຄວາມຮູ້ທາງດ້ານເຕັກນິກວິທະຍາສາດ ໂດຍສະເພາະແມ່ນການພັດທະນາແບດເຕີລີຈາກພະລັງງານຮູບແບບໃໝ່, ນອກນັ້ນແຂວງຢຸນນານຍັງໄດ້ສົ່ງເສີມການພັດທະນາດ້ານບຸກຄະລາກອນ, ນັກສຶກສາ ແລະ ນັກຄົ້ນຄວ້າ. ນອກນັ້ນ, ຍັງໄດ້ກ່າວຕື່ມວ່າ ແຂວງຢຸນນານມີຄວາມຕັ້ງໃຈທີ່ຈະລົງເລິກການຮ່ວມມືກັບບັນດາປະເທດສະມາຊິກໃນພາກພື້ນອາຊີຕາເວັນອອກ ໃນການສົ່ງເສີມ ແລະ ພັດທະນາວຽກງານພະລັງງານຮູບແບບໃໝ່ໃຫ້ມີບາດກ້າວທີ່ດີຂຶ້ນ.
ນອກນັ້ນ, ທ່ານ ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ໄດ້ມີຄຳເຫັນພາຍໃນກອງປະຊຸມດັ່ງກ່າວ ກ່ຽວກັບທິດທາງແຜນນະໂຍບາຍ 05 ດ້ານຄື:
1) ການເພີ່ມຄວາມເຂັ້ມແຂງການຈັດຕັ້ງປະຕິບັດແຜນວຽກການປ່ຽນແປງສະພາບແວດລ້ອມລະດັບພາກພື້ນ; 2) ການລວມສູນມາດຕະຖານ ແລະ ລະບຽບການທາງສິ່ງແວດລ້ອມ; 3) ການພັດທະນາການດຳເນີນແຜນການເງິນສີຂຽວ ແລະ ນະໂຍບາຍການລົງທຶນ; 4) ຍຸດທະສາດເສດຖະກິດແບບຄົບວົງຈອນ, ແລະ 5) ການຈັດບູລິມະສິດການປັບປຸງ ແລະ ການວາງແຜນການທີ່ໝັ້ນຄົງ.


