ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລະດັບສູງນັກວິທະຍາສາດເຖິງຈົງປະຈຳປີ 2025 (Technology Scientists Forum 2025)
ລະຫວ່າງວັນທີ 05-07 ທັນວາ 2025 ໂດຍການຕອບຮັບການເຊີນຂອງຄະນະກໍາມະການຮັບຜິດຊອບຈັດກອງປະຊຸມລະດັບສູງນັກວິທະຍາສາດເຖິງຈົງປະຈຳປີ 2025 (Technology Scientists Forum 2025) ພາຍໃຕ້ຄໍາຂວັນ: “ວິທະຍາສາດປັນຍາປະດິດປ່ຽນແປງໂລກ (Science – AI Changing the world)” ຈັດຂື້ນທີ່ ເຂດເຖິງຈົງ, ແຂວງຄຸນໝິງ, ສປ ຈີນ, ຊຶ່ງ ເປັນການຜັນຂະຫຍາຍຈາກທິດຊີ້ນໍາຂອງ ປະທານ ສີ ຈິ້ນ ຜິງ ເລຂາທິການໃຫຍ່ພັກຄອມມູນິດ ສປ ຈີນ. ເປັນກອງປະຊຸມທີ່ເຊື້ອເຊີນຜູ້ນໍາລະດັບສູງດ້ານນະວັດຕະກໍາ, ເຕັກໂນໂລຊີ, ການສຶກສາ, ນັກວິທະຍາສາດ ແລະ ພາກລັດຖະບານ-ເອກະຊົນ-ຜູ້ລົງທຶນ ເຂົ້າຮ່ວມຫຼາຍກວ່າ 5000 ຄົນຂື້ນໄປ ພາຍໃນ ສປ.ຈີນ, ປະເທດໂຂງເຂດອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ເປັນປະຈໍາທຸກປີ ເລີ້ມແຕ່ ປີ 2022 ເປັນຕົ້ນມາ. ເພື່ອເປັນເວທີໃນການນໍາສະເໜີຜົນງານການຄົ້ນຄ້ວາວິທະຍາສາດທີ່ອອກຮັບໃຊ້ສັງຄົມລະດັບໂລກ ຮັບລາງວັນໂນເບວ, ການແລກປ່ຽນບົດຮຽນດ້ານວິຊາການ ແລະ ສ້າງເຄືອຂ່າຍສຶບຕໍ່ພັດທະນາລົງເລິກຮ່ວມມກັນໃນຕໍ່ໜ້າ.

ທ່ານ ປອ ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງ ເປັນຜູ້ໜຶ່ງທີ່ລິເລີ່ມຊຸກຍູ້ສົ່ງເສີມຫຼັກໃນການຄົ້ນຄວ້າວິທະຍາສາດດ້ານນະວັດຕະກໍາໃໝ່ ພາຍໃນ ກະຊວງ ຕສ ໄດ້ເຂົ້າຮ່ວມໃນການກ່າວປະກອບຄຳເຫັນໃນກອງປະຊຸມສໍາມະການສາກົນ ກ່ຽວກັບການປົກປ້ອງຊັບສິນທາງປັນຍາ ນະວັດຕະກຳໃໝ່ ໃນໂຂງເຂດການຮ່ວມມືເຂດອາຊີໃຕ້ ແລະ ອາຊີຕາມເວັນອອກສຽງໃຕ້ ຊຶ່ງເນື້ອໃນປະກອບຄໍາເຫັນໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວຽກງານເຕັກໂນໂລຊີນະວັດຕະກຳໃໝ່ ຕິດພັນກັບການປົກປ້ອງຊັບສິນທາງປັນຍາ ດ້ານການບໍລິການທາງດ້ານໂທລະຄົມມະນາຄົມ, ອິນເຕີເນັດ, ຫັນເປັນດິຈິຕ໋ອນ, ການເງິນ-ທະນາຄານ ແລະ ໂລຈິດສະຕິກ ຂອງ ສປປ ລາວ ເປັນຕົ້ນແມ່ນເຕັກໂນໂລຊີການສື່ສານນໍາໃຊ້ຄື້ນຄວາມຖີ່ 5 G, BCEL One, LOCA, ທາງລົດໄຟລາວ-ຈີນ ແລະ ອື່ນໆ ທີ່ໄດ້ມີການຮ່ວມມືໝູນໃຊ້ອຸປະກອນ, ຊອບແວ ແລະ ຫົວຄິດປະດິດສ້າງ ພາຍໃນ ສປປ ລາວ ແລະ ສປ. ຈີນ ໃນການດຳເນີນການ ພາຍໃຕ້ ການຄຸ້ມຄອງ ແລະ ປົກປ້ອງຊັບສິນທາງປັນຍາ ຕາມລະບຽບກົດໝາຍ ຂອງ ສປປ ລາວ ຢ່າງຖືກຕ້ອງ.


ພ້ອມດຽວກັນນັ້ນ, ຍັງໄດ້ມີໂອກາດນຳສະເໜີຫົວຂໍ້ຈະສືບຕໍ່ໃນການຄົ້ນຄວ້າວິໄຈ, ພັດທະນາ ແລະ ກໍ່ຕັ້ງສູນບົ່ມເພາະດ້ານການສຶກສາ, ສ້າງຫຼັກສູດຮ່ວມມື ກ່ຽວກັບ ປັນຍາປະດິດ, ຄລາວ ແລະ ການບໍລິຫານຂໍ້ມູນຂະໜາດໃຫຍ່, ຮ່ວມມືພັດທະນາ ໃນການຄົ້ນຄ້ວາວິໄຈຈາກຫ້ອງທົດລອງໃຫ້ກາຍຜະລິດຕະພັນສິນຄ້າ ແລະ ສ້າງຖານຂໍ້ມູນລະດັບຊາດຮ່ວມກັນໃນອານາຄົດ.
ພາບ ແລະ ຂ່າວ: ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.