Modern technology gives us many things.

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈັດຊຸດຝຶກອົບຮົມການຄົ້ນຄວ້າວິທະຍາສາດໂດຍຊ່ຽວຊານຈາກອົງການໄນປາ (NIPA) ຊຸດທີ 2

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈັດຊຸດຝຶກອົບຮົມການຄົ້ນຄວ້າວິທະຍາສາດ ໂດຍຊ່ຽວຊານຈາກອົງການໄນປາ (NIPA) ຊຸດທີ 2

ໃນຕອນເຊົ້າ ວັນສຸກ 20 ກຸມພາ 2026, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໄດ້ຈັດພິທີເປີດຊຸດຝຶກອົບຮົມການຄົ້ນຄວ້າວິທະຍາສາດ ໂດຍຊ່ຽວຊານຈາກອົງການໄນປາ (NIPA) ແຫ່ງ ສາທາລະນະລັດ ເກົາຫລີ ຊຸດທີ 2 ຂຶ້ນຢ່າງເປັນທາງການ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ. ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າສະຖາບັນ ສຕສ ຜູ້ຊີ້ນໍາ, ພ້ອມດ້ວຍ Prof. Hahn Shin, ຊ່ຽວຊານຈາກອົງການໄນປາ (NIPA) ແລະ ບັນດາຄູອາຈານພາຍໃນສະຖາບັນ ຕສ ເຂົ້າຮ່ວມຫຼາຍກວ່າ 10 ທ່ານ.
ຈຸດປະສົງຫຼັກຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນແຜນການສືບຕໍ່ ຜັນຂະຫຍາຍຈາກໂຄງການຊ່ວຍເຫຼືອຂອງອົງການໄນປາ ໃນໄລຍະ 6 ເດືອນ ຕົ້ນປີ 2026, ແນ່ໃສ່ການຍົກລະດັບທັກສະການຂຽນບົດຄົ້ນຄ້ວາວິທະຍາສາດ ແລະ ການຄັດເລືອກຫົວຂໍ້ການຄົ້ນຄວ້າໃຫ້ໄດ້ມາດຕະຖານສາກົນ. ຊຶ່ງ, ນອນຢູ່ໃນໜື່ງຂອງຈໍານວນສາມພາລະບົດບາດຫຼັກຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຄື: ການຄົ້ນຄ້ວາວິທະຍາສາດ ໃຫ້ຕິດພັນກັບການພັດທະນາຊັບພະຍາກອນມະນຸດໃນຍຸກດິຈິຕອນ ໃຫ້ບັນລຸເປົ້າໝາຍ, ສາມາດຕີພິມລົງວາລະສານແຫ່ງຊາດ-ສາກົນ, ນໍາສະເໜີລາຍງານໃນກອງປະຊຸມວິຊາການຂັ້ນຕ່າງໆ ແລະ ນໍາໃຊ້ ໝາກຜົນຂອງການຄົ້ນຄ້ວາວິທະຍາສາດດັ່ງກ່າວມານໍາໃຊ້ໄດ້ໃນແຜນວຽກງານຕົວຈິງ ຕາມທິດທາງແຜນຍຸດທະສາດ, ແຜນພັດທະນາເສດຖະກິດດິຈິຕອນ ຢ່າງຮູບປະທໍາ ແລະ ຍືນຍົງ.
ໃນພິທີເປີດດັ່ງກ່າວ, ທ່ານ ປອ. ນາງ ໃຈມາລີ ພະກະຊຸມ ໄດ້ໃຫ້ທິດຊີ້ນຳ ແລະ ຄໍາເຫັນຢ່າງເນັ້ນໜັກຕໍ່ຊຸດຝຶກອົບຮົມ, ເຍືອງໃຫ້ເຫັນເຖິງບົດບາດຄວາມສຳຄັນ ຂອງການພັດທະນາຊັບພະຍາກອນມະນຸດເວົ້າລວມ, ເວົ້າສະເພາະການຍົກລະດັບຄຸນນະພາບຂອງບຸກຄະລາກອນຄູອາຈານພາຍໃນ ສະຖາບັນ ຕສ ຕ້ອງໄດ້ຮັບການຍູ້ແຮງໃນດ້ານຂະບວນການປະດິດຄິດສ້າງທາງວິທະຍາສາດຢ່າງເປັນລະບົບຄື: ການຊອກຮູ້ບັນຫາ, ການເກັບກໍາຂໍ້ມູນ, ການວິເຄາະ ແລະ ການແກ້ໄຂບັນຫາ ຕົວຈິງຢ່າງຖືກຈຸດ ເພື່ອນໍາບັນດາຜົນງານການຄົ້ນຄວ້າວິທະຍາສາດ ເປັນບ່ອນອີງພື້ນຖານສໍາຄັນໃນການຢືນສະ ເໜີຂໍການພິຈາລະນາຜົນປະເມີນຕໍາແໜ່ງວິຊາການຄູແບບປະຈໍາ ຂັ້ນຕ່າງໆ ແລະ ກາຍເປັນສ່ວນໜື່ງທີ່ສໍາຄັນຈໍາເປັນໃນການພັດທະນາ ແລະ ສ້າງສາປະເທດຊາດ ດ້ານການພັດທະນາຊັບພະຍາກອນດິຈິຕອນ ໃຫ້ໄດ້ມາດຕະຖານແຫ່ງຊາດ ແລະ ສາກົນ ສຶບຕໍ່ຈາກຮຸ້ນ ຕໍ່ ຮຸ້ນ ອອກຮັບໃຊ້ສັງຄົມ, ພ້ອມທັງຮັບປະກັນໄດ້ຜ່ານການສຶກສາອົບຮົມບົ່ມເພາະຈາກບັນດາຄູອາຈານທີ່ມີຄຸນນະພາບສູງ.
ໃນພາກດຳເນີນການຝຶກອົບຮົມ, Prof. Hahn Shin ໄດ້ນຳສະເໜີເນື້ອໃນເຕັກນິກການຂຽນບົດໂຄງການ, ວິທີການເລືອກຫົວຂໍ້ວິໄຈທີ່ສອດຄ່ອງກັບຂົງເຂດຄວາມຊ່ຽວຊານ ແລະ ການນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການຄົ້ນຄ້ວາຂໍ້ມູນຢ່າງມີປະສິດທິຜົນ.
ການຝຶກອົບຮົມຄັ້ງນີ້ຖືເປັນບາດກ້າວສຳຄັນໃນການຮັດແໜ້ນສາຍພົວພັນຮ່ວມມືທາງດ້ານ ວິຊາການ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃນໄລຍະຍາວ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More