ກອງປະຊຸມຮັບຮອງປື້ມຄູ່ມືການຮຽນ-ການສອນ ຈໍານວນ 12 ວິຊາ

ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2020 ສະຖາບັນ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຈັດກອງປະຊຸມຮັບຮອງປື້ມຄູ່ມືການຮຽນ-ການສອນ ຈໍານວນ 12 ວິຊາ ໂດຍໃຫ້ກຽດເປັນປະທານກອງປະຊຸມໃນຄັ້ງນີ້ແມ່ນ ທ່ານ. ວຽງວິໄລ ເສດຖານົນ ຮອງຫົວໜ້າສະຖາບັນ ແລະ ມີຄະນະນໍາ, ຄະນະພະແນກ, ພະນັກງານ-ຄູອາຈານ ສຕສ ພ້ອມດ້ວຍຕາງໜ້າຈາກບັນດາກົມທີ່ກ່ຽວຂ້ອງອ້ອມຂ້າງເຂົ້າຮ່ວມທັງໝົດ 49 ທ່ານ. ກອງປະຊຸມໄດ້ດຳເນີນໄປຢ່າງຟົດຟື້ນໃນການປະກອບຄໍາເຫັນຕ່າງໆທີ່ເປັນປະໂຫຍດ ເພື່ອເປັນການປັບປຸງປື້ມຄູ່ມືການຮຽນ-ການສອນຂອງ ສະຖາບັນ ໃຫ້ທັນກັບສະພາບການປ່ຽນແປງທາງດ້ານເຕັກໂນໂລຊີໃນປະຈຸບັນ.