ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຕ້ອນຮັບການອວຍພອນຈາກ ຄະນະອໍານວຍການ ບໍລິສັດຕ່າງໆ.

ໃນຕອນເຊົ້າຂອງວັນທີ 25 ທັນວາ 2019, ທ່ານ. ສາຍຝົນ ບຸດຈັນທະລາດ ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຕ້ອນຮັບການອວຍພອນຈາກ ຄະນະອໍານວຍການ, ຄະນະພະແນກ ແລະ ພະນັກງານຫຼັກແຫ່ງ ທີ່ມາຈາກ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ບໍລິສັດລັດ ສະກາຍ ໂທລະຄົມ ແລະ ທະນາຄານພັດທະນາລາວ ເພື່ອເປັນການອວຍພອນເນື່ອງໃນໂອກາດປີໃໝ່ສາກົນທີ່ຈະມາຮອດນີ້.