ຈັດງານແຂ່ງຂັນ ຂຽນໂປຣແກຣມລະດັບປະເທດ, ຄັ້ງທີ I, ຮອບຄັດເລືອກຕົວແທນນະຄອນຫລວງວຽງຈັນ

ໃນວັນທີ 30 ກັນຍາ 2022 ທີ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ໄດ້ຈັດງານແຂ່ງຂັນ ຂຽນໂປຣແກຣມລະດັບປະເທດຄັ້ງທີ I, ຮອບຄັດເລືອກຕົວແທນຈາກນະຄອນຫລວງວຽງຈັນ, ເຊິ່ງຮ່ວມກັນຈັດງານໂດຍ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຮ່ວມກັບ ບໍລິສັດ ລາຍລາວແລັບ ໄອຊີທີ ໂຊລູເຊິນ ຈຳກັດ, ໂດຍມີນັກສຶກສາ ຈາກ ສຕສ ແລະ ສະຖາບັນການສຶກສາໃນນະຄອນຫລວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ