Modern technology gives us many things.

ຫຼັກສູດຊັ້ນປະລິນຍາຕີວິສະວະກຳເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ລະບົບ 4 ປີ)

ພາສາລາວ: ຫຼັກສູດຊັ້ນປະລິນຍາຕີວິສະວະກຳເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ພາສາອັງກິດ: Bachelor Curriculum of Information and Communication Technology Engineering.

ຄາດໝາຍຜົນການຮຽນຮູ້

  • ຮູ້ຈັກພື້ນຖານການນໍາໃຊ້ ໄອຊີທີ ເຂົ້າໃນວຽກງານ ທີ່ເໝາະສົມກັບບົດບາດໜ້າທີ່ ແລະ ສອດຄ່ອງກັບສະພະວະການປ່ຽນແປງຢູ່ຕະຫຼອດເວລາ.
  • ວາງແຜນ ແລະ ອອກແບບລະບົບເຄືອຂ່າຍໄດ້ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ.
  • ຄົ້ນຄວ້ານຳ​ໃຊ້, ບຳລຸງຮັກສາ, ຄຸ້ມຄອງ ແລະ ແກ້ໄຂທາງດ້ານເຕັກນິກ ຂອງອຸປະກອນລະບົບເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຢ່າງມີປະສິດທິພາບ.
  • ຄາດຄະເນທິດທາງ ຫຼື ແນວໂນ້ມຂອງການຫັນປ່ຽນທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ.
  • ປະຕິບັດວຽກງານທາງດ້ານ​ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ນັບຕັ້ງແຕ່ການບໍລິການອົງການທີ່ຕົນເອງສັງກັດ, ການສ້າງ, ການນໍາມາວິເຄາະ ຫຼື ປະມວນຜົນ, ການຮັບ – ສົ່ງຂໍ້ມູນ, ການຈັດເກັບ ຫຼື ການນໍາໄປໃຊ້ງານໃໝ່ເປັນຕົ້ນ.
  • ປະເມີນຜົນໄດ້ຮັບ ແລະ ກວດສອບວຽກງານທາງດ້ານໄອຊີທີໄດ້ຢ່າງມີປະສິດທິພາບ.
  • ຄິດຄົ້ນ ແລະ ປະດິດສິ່ງໃໝ່ໆທາງດ້ານໄອຊີທີ ເພື່ອມານໍາໃຊ້ເຂົ້າໃນວຽກງານ ແລະ ການດໍາລົງຊີວິດຂອງມວນມະນຸດ.
  • ເຮັດວຽກເປັນໝູ່ຄະນະ, ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ຊື່ສັດ ແລະ ມີຈັນຍາບັນຕໍ່ວິຊາຊີບ.
  • ພົວພັນປະສານງານກັບບຸກຄົນ, ໜ່ວຍງານ, ອົງການ ຫຼື ພາກສ່ວນທີ່ກ່ຽວໄດ້ເປັນຢ່າງດີ.
  • ກ້າສະແດງອອກໃນການສື່ສານ, ເຈລະຈາຕໍ່ລອງ, ພົບປະກັບຄູ່ຮ່ວມງານ ຫຼື ລູກຄ້າໄດ້ເປັນຢ່າງດີ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More