Modern technology gives us many things.

ວິສະວະກຳເຕັກໂນໂລຊີຂໍ້ມູນຂ່າວສານ

ພາສາລາວ: ຫຼັກສູດຊັ້ນສູງວິສະວະກຳເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ
ພາສາອັງກິດ: Higher Curriculum of Information Technology Engineering.

ພາສາລາວ:           ຫຼັກສູດຊັ້ນສູງວິສະວະກຳເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ
ພາສາອັງກິດ:         Higher Curriculum of Information Technology Engineering.

ມາດຕະຖານອາຊີບ

  • ສາມາດສື່ສານໂດຍໃຊ້ພາສາລາວ ແລະ ພາສາຕ່າງປະເທດເຂົ້າໃນອາຊີບປະຈຳວັນ.
  • ສາມາດພັດທະນາອາຊີບ ແລະ ແກ້ໄຂບັນຫາໄດ້ໂດຍການນຳໃຊ້ວິທະຍາສາດເຕັກໂນໂລຊີ.
  • ສາມາດເປັນຜູ້ບໍລິຫານ ຫຼື ເປັນຜູ້ວາງແຜນການຕິດຕັ້ງສ້ອມແປງ, ບຳລຸງຮັກສາອຸປະກອນເຄືອ​ຂ່າຍ ແລະ  ລະ​ບົບເຕັກໂນໂລຊີ​ຂໍ້​ມູນຂ່າວສານ.
  • ເຂົ້າໃຈຫຼັກການ ຫຼື ຂັ້ນຕອນການປະຕິບັດວຽກການຕິດຕັ້ງ, ແກ້ໄຂບັນຫາ, ການບຳລຸງຮັກສາ​​ຊັບ​ພະ​ຍາ​ກອນ​ເຄືອ​ຂ່າຍ ແລະ ລະ​ບົບເຕັກໂນໂລຊີ​ຂໍ້​ມູນຂ່າວສານ.
  • ມີທັກສະໃນການແກ້ໄຂບັນຫາ ແລະ ການວາງແຜນສ້າງລະບົບເຄືອຂ່າຍ, ລະ​ບົບເຕັກໂນໂລຊີ​ຂໍ້​ມູນຂ່າວ ສານ.

ຄຸນວຸດທິ ແລະ ນາມມະຍົດ

  • ຜູ້ທີ່ຮຽນຈົບຕາມຫຼັກສູດນີ້ຈະໄດ້ຮັບນາມມະຍົດເປັນນັກວິສະວະກອນດ້ານ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານລະດັບຊັ້ນສູງ.

ລະດັບຄວາມສາມາດ:

  • ມີຄວາມຮູ້ພື້ນຖານກ່ຽວກັບໂຄງປະກອບສ້າງຂອງລະບົບໂທລະສັບ, ຫຼັກການນຳໃຊ້ ແລະ ການເຊື່ອມຕໍ່ ແຕ່ລະ ໂຄງປະກອບສ້າງຂອງລະບົບໂທລະສັບ;
  • ຮູ້ຈັກໂຄງປະກອບາງຂອງຄອມພິວເຕີ; ສາມາດອ້ອມແປງ ແລະ ປະກອບຄອມພິວເຕີ;
  • ສາມາດວາງແຜນ ແລະ ສ້າງລະບົບເຄືອຂ່າຍອິນເຕີເນັດພາຍໃນສໍານັກງານ ແລະ ອົງກອນ;
  • ສາມາດນໍາໃຊ້ເຄື່ອງມືຕ່າງໆໃນການຂຽນໂປຣແກຣມ, ການພັດທະນາເວັບໄຊທ໌, ການສ້າງແອບພລິເຄຊັນເຖິງມືຖື:
  • ສາມາດວິເຄາະ ແລະ ສ້າງຖານຂໍ້ມູນພາຍໃນສຳນັກງານ ແລະ ອົງກອນ;
  • ສາມາດບໍລິຫານ ແລະ ສ້າງລະບົບເຊີເວີພາຍໃນສຳນັກງານ ແລະ ອົງກອນ;
  • ສາມາດຮັກສາ ແລະ ປ້ອງກັນຄວາມປອດໄພທາງເຄືອຂ່າຍ ແລະ ຄວາມປອດທາງອິນເຕີເນັດ;
  • ຮູ້ຈັກຫຼັກການວິທີການພື້ນຖານຕ່າງໆທີ່ໃຊ້ໃນວຽກງານໄປສະນີເຊັ່ນ: ພັດສະດຸໄປສະນີ, ເມດ່ວນ, ບັນຊີໄປສະນີ ແລະ ໄປສະນີພັນ;
  • ຮູ້ຈັກຫຼັກການ ແລະ ສາມາດນຳນິຕິກຳຕ່າງໆມາໝູນໃຊ້ໃນການຄຸ້ມຄອງທາງດ້ານໂທລະຄົມມະນາຄົມ,ຄຸ້ມຄອງໄອຊີທີ, ຄຸ້ມຄອງຄື້ນຄວາມຖີ່ ແລະ ຄຸ້ມຄອງໄປສະນີ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More