Modern technology gives us many things.

ຫຼັກສູດຊັ້ນປະລິນຍາຕີວິສະວະກຳເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ລະບົບ 4 ປີ)

ພາສາລາວ: ຫຼັກສູດຊັ້ນປະລິນຍາຕີວິສະວະກຳເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ພາສາອັງກິດ: Bachelor Curriculum of Information and Communication Technology Engineering.

ພາສາລາວ: ຫຼັກສູດຊັ້ນປະລິນຍາຕີວິສະວະກຳເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ພາສາອັງກິດ: Bachelor Curriculum of Information and Communication Technology Engineering.

ຄາດໝາຍຜົນການຮຽນຮູ້

  • ຮູ້ຈັກວິທີການບໍລິຫານຈັດການໄອຊີທີ ທີ່ເໝາະສົມກັບບົດບາດໜ້າທີ່ ແລະ ສອດຄ່ອງກັບສະພະລະການ ປ່ຽນແປງຢູ່ຕະຫຼອດເວລາ.
  • ໄຈ້ແຍກ, ວິເຄາະ ແລະ ອະທິບາຍບັນດາຂໍ້ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ຂອງບັນດານິຕິກຳຕ່າງໆ ເພື່ອຊ່ວຍຊຸກຍູ້ ແລະ ສົ່ງເສີມວຽກງານບໍລິຫານລັດດ້ວຍເອເລັກໂຕຣນິກ.
  • ວາງແຜນ, ສ້າງ ແລະ ແກ້ໄຂຖານຂໍ້ມູນ, ລະບົບເຊີເວີ ພາຍໃນສຳນັກງານ ແລະ ອົງກອນ.
  • ວາງແຜນ ແລະ ເລືອກເຝັ້ນ ເຄື່ອງມືຕ່າງໆ ໃນການຂຽນໂປຣແກຣມ, ການສ້າງ ແລະ ພັດທະນາເວັບໄຊທ໌, ການສ້າງແອບພລິເຄຊັນ.
  • ວິເຄາະ, ສ້າງ ແລະ ແກ້ໄຂ ໂປຮແກຣມ, ເວັບໄຊທ໌, ແອບພລິເຄຊັນເຊັ່ນ.
  • ໄຈ້ແຍກ ແລະ ໝູນໃຊ້ ນະໂຍບາຍ, ກົດໝາຍ, ນິຕິກໍາ ການຄຸ້ມຄອງໂຄງການ, ການຄຸ້ມຄອງໂທລະຄົມ, ການຄຸ້ມຄອງຄື້ນຄວາມຖີ່ ແລະ ການຄຸ້ມຄອງໄປສະນີ.
  • ແກ້ໄຂ, ຈຳແນກ ແລະ ປ້ອງກັນ ຄວາມປອດໄພທາງເຕືອຂ່າຍ ແລະ ຄວາມປອດໄພທາງອິນເຕີເນັດ.
  • ວິເຄາະ; ຄົ້ນຄວ້ານຳໃຊ້; ບຳລຸງຮັກສາ, ຄຸ້ມຄອງ ແລະ ແກ້ໄຂບັນຫາ ໃນວຽກງານທີ່ຕິດພັນທາງດ້ານໂທລະ ຄົມມະນາຄົມ ເຊັ່ນ: ລະບົບສາຍສົ່ງ, ລະບົບເຄື່ອງຮັບ-ສົ່ງ, ສູນກາງໂທລະສົບ.
  • ຄິດຄົ້ນ ແລະ ປະດິດສິ່ງໃໝ່ໆທາງດ້ານໄອຊີທີ ເພື່ອມານຳໃຊ້ເຂົ້າໃນວຽກງານ ແລະ ການດຳລົງຊີວິດຂອງມວນມະນຸດ.
  • ເຮັດວຽກເປັນຄະນະ, ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ຊື່ສັດ ແລະ ມີຈັນຍາບັນຕໍ່ວິຊາຊີບ.
  • ພົວພັນປະສານງານກັບບຸກຄົນ, ໜ່ວຍງານ, ອົງການ ຫຼື ພາກສ່ວນທີ່ກ່ຽວພັນໄດ້ເປັນຢ່າງດີ, ກ້າສະແດງອອກ, ສາມາດເຈລະຈາຕໍ່ລອງ, ພົບປະກັບຄູ່ຮ່ວມມື ຫຼື ລູກຄ້າໄດ້ເປັນຢ່າງດີ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More