Modern technology gives us many things.

ບໍລິຫານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

ພາສາລາວ    :   ຫຼັກສູດຊັ້ນສູງບໍລິຫານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ພາສາອັງກິດ  :   Higher Curriculum of Information and Communication Technology Management

ພາສາລາວ    :   ຫຼັກສູດຊັ້ນສູງບໍລິຫານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ພາສາອັງກິດ  :   Higher Curriculum of Information and Communication Technology Management

ມາດຕະຖານອາຊີບ

  • ສື່ສານໂດຍໃຊ້ພາສາລາວ ແລະ ພາສາຕ່າງປະເທດເຂົ້າໃນວິຊາຊີບໃນລະດັບໃດໜຶ່ງທີ່ແນ່ນອນ.
  • ຈັດຫາ ແລະ ດູແລຮັກສາຊັບພະຍາກອນລະບົບຂໍ້ມູນຂ່າວສານ ແລະ ການສື່ສານ ໃຫ້ພຽງພໍຕໍ່ການໃຊ້ງານ
  • ບໍລິຫານຈັດການລະບົບຂໍ້ມູນຂ່າວສານ ແລະ ການສື່ສານ ໃຫ້ບໍລິການໄດ້ຢ່າງຕໍ່ເນື່ອງ ມີປະສິດທິພາບ ແລະ ໝັ້ນຄົງປອດໄພ.
  • ບໍລິຫານຈັດການ, ໃຫ້ບໍລິການດ້ານຂໍ້ມູນຂ່າວສານ ແລະ ການສື່ສານ ຮອງຮັບຕາມກົດໝາຍໄອຊີທີ ຂອງລາວ ແລະ ມາດຕະຖານສາກົນ.
  • ຈັດຫາ ແລະ ສ້າງນະວັດຕະກໍາດ້ານໄອຊີທີ ເພື່ອສະໜັບສະໜູນງານດ້ານບໍລິການ.
  • ຮັບປະກັນຄວາມຮູ້, ຄວາມສາມາດ ແລະ ທັດສະນະຄຸນສົມບັດ ທີ່ສອດຄ່ອງກັບຄວາມຕ້ອງການພັດທະນາເສດຖະກິດສັງຄົມ ແລະ ຕະຫຼາດແຮງງານ ແຕ່ລະໄລຍະ.
  • ມີ​ຄຸນ​ສົມ​ບັດສິນທໍາປະຕິວັດ ແລະ ຈັນ​ຍາ​ບັນ​ທີ່​ດີ​ຕໍ່​ການ​ນຳ​ເຕັກ​ໂນ​ໂລ​ຊີ, ເຄື່ອງມື ແລະ ຄວາມຮູ້ດ້ານໄອຊີທີ ໄປ​ໃຊ້​ໃນ​ການ​ປະ​ກອບ​ອາ​ຊີບ.
  • ເປັນຜູ້ບໍລິຫານ ຫຼື ເປັນຜູ້ວາງແຜນການຕິດຕັ້ງສ້ອມແປງ, ບຳລຸງຮັກສາອຸປະກອນເຄືອ​ຂ່າຍ ແລະ  ລະ​ບົບເຕັກໂນໂລຊີ​ຂໍ້​ມູນຂ່າວສານ.
  • ມີທັກສະໃນການແກ້ໄຂບັນຫາ ແລະ ການວາງແຜນສ້າງລະບົບເຄືອຂ່າຍ, ລະ​ບົບເຕັກໂນໂລຊີ​ຂໍ້​ມູນຂ່າວ ສານ.

ວຸດທິການສຶກສາ ແລະ ນາມມະຍົດ

  • ຜູ້ທີ່ຮຽນຈົບຕາມຫຼັກສູດນີ້ຈະໄດ້ຮັບນາມມະຍົດເປັນນັກວິສະວະກອນດ້ານ ບໍລິຫານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ລະດັບຊັ້ນສູງ.

ລະດັບຄວາມສາມາດຫຼັງຈາກຮຽນຈົບ

  • ນຳໃຊ້ວິຊາສະເພາະທາງດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເຂົ້າໝູນໃຊ້ໃນວຽກງານທີ່ຕົນເອງຮັບຜິດຊອບ.
  • ນໍາໃຊ້ທັກສະການບໍລິຫານ ເຂົ້າໃນການຈັດການບໍລິຫານວຽກງານທາງດ້ານເຕັກໂນໂລຊີການສື່ສານຂໍ້ມູນ ຂ່າວສານ ໃຫ້ເກີດມີຄວາມຄ່ອງແຄ້ວ, ມີຄວາມຊຳນິຊຳນານ, ມີຄວາມວ່ອງໄວ ແລະ ມີປະສິດທິຜົນສູງ.
  • ວິເຄາະ, ອະທິບາຍບັນດາຂໍ້ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ຂອງບັນດານິຕິກຳຕ່າງໆ ທີ່ຊ່ວຍຊຸກຍູ້ ແລະ ສົ່ງເສີມວຽກງານບໍລິຫານລັດດ້ວຍເອເລັກໂຕຣນິກ.
  • ວາງແຜນ, ວິເຄາະລະບົບ, ການປັບປຸງລະບົບ ຂອງອົງກອນ.
  • ຮູ້ຈັກຫຼັກການ ແລະ ສາມາດນຳນິຕິກຳຕ່າງໆມາໝູນໃຊ້ໃນການຄຸ້ມຄອງໂຄງການ, ການຄຸ້ມຄອງໂທລະຄົມ, ການຄຸ້ມຄອງໄອຊີທີ, ການຄຸ້ມຄອງຄື້ນຄວາມຖີ່ ແລະ ການຄຸ້ມຄອງໄປສະນີ.
  • ມີແນວຄວາມຄິດລິເລີ່ມ ແລະ ຮູ້ຈັກການບໍລິຫານໃນການສ້າງທຸລະກິດຂະໜາດນ້ອຍ-ຂະໜາດກາງ ແລະ ການສ້າງການຄ້າອອນລາຍ.
  • ຂຽນໂຄງສ້າງການຕະຫຼາດ, ຂັ້ນຕອນການບໍລິຫານ, ວາງແຜນ ແລະ ການປະເມີນຜົນທາງການຕະຫຼາດ.
  • ກຳແໜ້ນຫຼັກການ ແລະ ຄິດໄລ່ພື້ນຖານການບັນຊີ, ບັນຊີວິສາຫະກິດ, ບັນຊີທະນາຄານ ແລະ ບັນຊີແຫ່ງລັດ.
  • ສາມາດອອກແບບລະບົບການຄຸ້ມຄອງ, ການບໍລິຫານ, ການຈັດການຕ່າງໆ ພາຍໃນອົງກອນທີ່ ມີປະສິດທິພາບ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More