Modern technology gives us many things.

ວິສະວະກຳຄວາມປອດໄພທາງໄຊເບີ

ພາສາລາວ : ຫຼັກສູດຊັ້ນສູງຄວາມປອດໄພທາງໄຊເບີ
ພາສາອັງກິດ : Higher Curriculum of Cyber Security

ພາສາລາວ    :   ຫຼັກສູດຊັ້ນສູງຄວາມປອດໄພທາງໄຊເບີ
ພາສາອັງກິດ  :   Higher Curriculum of Cyber Security

ມາດຕະຖານອາຊີບ

  • ສື່ສານໂດຍໃຊ້ພາສາລາວ ແລະ ພາສາຕ່າງປະເທດເຂົ້າໃນວິຊາຊີບໃນລະດັບໃດໜຶ່ງທີ່ແນ່ນອນ.
  • ພັດທະນາອາຊີບ ແລະ ແກ້ໄຂບັນຫາໄດ້ ໂດຍການນຳໃຊ້ວິທະຍາສາດເຕັກໂນໂລຊີທາງໄຊເບີ.
  • ຮັບປະກັນການນໍາໃຊ້ເຄື່ອງມືການຮັກສາຄວາມປອດໄພ, ການຮັບປະກັນເຕັກໂນໂລຊີທີ່ສາມາດປົກປ້ອງສະພາບແວດລ້ອມທາງໄຊເບີ, ລະບົບເຄືອຂ່າຍ ແລະ ຂໍ້ມູນຂ່າວສານຂອງ ອົງການ ແລະ ສັບສິນຂອງຜູ້ໃຊ້ງານ.
  • ຮັບປະກັນຄວາມຮູ້, ຄວາມສາມາດ ແລະ ທັດສະນະຄຸນສົມບັດ ທີ່ສອດຄ່ອງກັບຄວາມຕ້ອງການພັດທະນາເສດຖະກິດສັງຄົມ ແລະ ຕະຫຼາດແຮງງານ ແຕ່ລະໄລຍະ.
  • ມີ​ຄຸນ​ສົມ​ບັດສິນທໍາປະຕິວັດ ແລະ ຈັນ​ຍາ​ບັນ​ທີ່​ດີ​ຕໍ່​ການ​ນຳ​ເຕັກ​ໂນ​ໂລ​ຊີ, ເຄື່ອງມື ແລະ ຄວາມຮູ້ດ້ານຄວາມປອດໄພທາງໄຊເບີ ໄປ​ໃຊ້​ໃນ​ການ​ປະ​ກອບ​ອາ​ຊີບ.
  • ເປັນຜູ້ບໍລິຫານ ຫຼື ເປັນຜູ້ວາງແຜນການຕິດຕັ້ງສ້ອມແປງ, ບຳລຸງຮັກສາອຸປະກອນເຄືອ​ຂ່າຍ ແລະ  ລະ​ບົບເຕັກໂນໂລຊີ​ຂໍ້​ມູນຂ່າວສານ.
  • ເຂົ້າໃຈຫຼັກການ ຫຼື ຂັ້ນຕອນການປະຕິບັດວຽກງານການຕິດຕັ້ງ, ແກ້ໄຂບັນຫາອາສະຍາກໍາທາງຄອມພິວເຕີ, ການບຳລຸງຮັກສາ​​ຊັບ​ພະ​ຍາ​ກອນ​ເຄືອ​ຂ່າຍ ແລະ ລະ​ບົບເຕັກໂນໂລຊີ​ຂໍ້​ມູນຂ່າວສານ.
  • ມີທັກສະໃນການແກ້ໄຂບັນຫາ ແລະ ການວາງແຜນສ້າງລະບົບເຄືອຂ່າຍ, ລະ​ບົບເຕັກໂນໂລຊີ​ຂໍ້​ມູນຂ່າວ ສານ.

ວຸດທິການສຶກສາ ແລະ ນາມມະຍົດ

  • ຜູ້ທີ່ຮຽນຈົບຕາມຫຼັກສູດນີ້ຈະໄດ້ຮັບນາມມະຍົດເປັນນັກວິສະວະກອນດ້ານ ຄວາມປອດໄພທາງໄຊເບີລະດັບຊັ້ນສູງ.

ລະດັບຄວາມສາມາດຫຼັງຈາກຮຽນຈົບ:

  • ນໍາໃຊ້ພື້ນຖານທາງດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເຂົ້າໝູນໃຊ້ໃນວຽກງານທີ່ຕົນເອງຮັບຜິດຊອບ;
  • ປະຕິບັດວຽກງານທາງດ້ານການຮັກສາຄວາມປອດໄພທາງໄຊເບີ;
  • ຮູ້ຈັກຫຼັກການ ແລະ ສາມາດນຳນິຕິກຳຕ່າງໆມາໝູນໃຊ້ໃນການຮັກສາຄວາມປອດໄພທາງເຄືອຂ່າຍ ແລະ ທາງໄຊເບີ;
  • ວາງແຜນ ແລະ ວິເຄາະຄວາມສ່ຽງທີ່ຈະເກີດຈາກສາເຫດ ແລະ ສະພາບແວດລ້ອມຕ່າງໆ;
  • ວິເຄາະ, ໄຈ້ແຍກ ແລະ ຕິດຕັ້ງການປ້ອງກັນໄພຂົ່ມຂູ່, ການເຈາະລະບົບ ໃນຮູບແບບຕ່າງໆເຊັ່ນ: ໄພຄຸກຄາມທາງໄຊເບີ, ໄພຄຸກຄາມຈາກເຄືອຂ່າຍ;
  • ນຳໃຊ້ເຄື່ອງມືສຳຫຼັບການຮັກສາຄວາມປອດໄພຂໍ້ມູນດ້ວຍຊອບແວປະເພດຕ່າງໆ ແລະ ກູ້ຄືນລະບົບ ດ້ວຍຊອບແວທີ່ທັນສະໄໝ;

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More