Modern technology gives us many things.

ຫຼັກສູດວິສະວະກຳເຕັກໂນໂລຊີການສື່ສານ

ພາສາລາວ   :         ຫຼັກສູດຊັ້ນສູງວິສະວະກຳເຕັກ​ໂນ​ໂລ​ຊີ​ການ​ສື່​ສານ
ພາສາອັງກິດ:           Higher Curriculum of Communications Technology Engineering.

ພາສາລາວ   :         ຫຼັກສູດຊັ້ນສູງວິສະວະກຳເຕັກ​ໂນ​ໂລ​ຊີ​ການ​ສື່​ສານ
ພາສາອັງກິດ:           Higher Curriculum of Communications Technology Engineering.

ມາດຕະຖານອາຊີບ:

  • ສາ​ມາດສື່ສານໂດຍໃຊ້ພາສາລາວ ແລະ ພາສາສາກົນເຂົ້າໃນອາຊີບປະຈຳວັນ.
  • ​ສາ​ມາດພັດທະນາອາຊີບ ແລະ ແກ້ໄຂບັນຫາໄດ້ໂດຍການນຳໃຊ້ເຕັກໂນໂລຊີວິທະຍາສາດ.
  • ສາມາດເປັນຜູ້ບໍລິຫານ ຫຼື ເປັນຜູ້ວາງແຜນການຕິດຕັ້ງສ້ອມແປງ, ບຳລຸງຮັກສາອຸປະກອນເຄືອ​ຂ່າຍ ແລະ ລະ​ບົບເຕັກໂນໂລຊີ​ການ​ສື່​ສານ.
  • ເຂົ້າໃຈຫຼັກການ ຫຼື ຂັ້ນຕອນການປະຕິບັດວຽກການຕິດຕັ້ງ, ແກ້ໄຂບັນຫາ, ການບຳລຸງຮັກສາ​​ຊັບ​ພະ​ຍາ​ກອນ​ເຄືອ​ຂ່າຍ ແລະ ລະ​ບົບເຕັກໂນໂລຊີ​ການ​ສື່​ສານ.
  • ມີທັກສະໃນການແກ້ໄຂບັນຫາ ແລະ ການວາງແຜນສ້າງລະບົບເຄືອຂ່າຍ, ລະ​ບົບເຕັກໂນໂລຊີ​ການ​ສື່​ສານ.

ຄຸນວຸດທິ ແລະ ນາມມະຍົດ:

  • ຜູ້ທີ່ຮຽນຈົບຕາມຫຼັກສູດນີ້ຈະໄດ້ຮັບນາມມະຍົດເປັນນັກວິສະວະກອນດ້ານເຕັກ​ໂນ​ໂລ​ຊີ​ການ​ສື່​ສານ ລະດັບຊັ້ນສູງ.

ລະດັບຄວາມສາມາດ:

  • ມີຄວາມຮູ້ພື້ນຖານໃນການນຳໃຊ້ເຄື່ອງມືຕ່າງໆໃນການຂຽນໂປຣແກຣມ, ການພັດທະນາເວັບໄຊທ໌, ການຮັກສາຄວາມປອດໄພທາງເຕືອຂ່າຍ ແລະ ການສ້າງຖານຂໍ້ມູນ;
  • ຮູ້ຈັກໂຄງປະກອບສ້າງຂອງລະບົບໂທລະສັບ, ຫຼັກການການນຳໃຊ້ ແລະ ການເຊື່ອມຕໍ່ ແຕ່ລະໂຄງປະກອບສ້າງຂອງລະບົບໂທລະສັບເຊັ່ນ: ສູນທາງໂທລະສັບ, ລະບົບສາຍສົ່ງ, ລະບົບເຄື່ອງສົ່ງ, ລະບົບເສົາສັນຍານ, ລະບົບສາຍອາກາດ;
  • ສາມາດວາງແຜນ ແລະ ສ້າງລະບົບເຄືອຂ່າຍອິນເຕີເນັດພາຍໃນສຳນັກງານ ແລະ ອົງກອນ;
  • ສາມາດວາງແຜນລະບົບເຄືອຂ່າຍໂທລະສັບເຄື່ອນທີ່;
  • ຮູ້ຫຼັກການ ແລະ ວິທີການນຳໃຊ້ ລະບົບການສື່ສານປະເພດຕ່າງໆເຊັ່ນ: ລະບົບການສື່ສານດາວທຽມ,ລະບົບການສື່ສານໄມໂຄຣເວັບ;
  • ສາມາດວາງແຜນ, ຄິດໄລ່ງົບປະມານ, ຕັດຕໍ່ ແລະ ຈັດຕັ້ງປະຕິບັດໜ້າວຽກອື່ນໆທີ່ຕິດພັນກັບ ການຕິດຕັ້ງລະບົບສາຍສົ່ງ (ສາຍໃຍແກ້ວນໍາແສງ ແລະ ສາຍກາບທອງແດງ);
  • ຮູ້ຈັກຫຼັກການວິທີການພື້ນຖານຕ່າງໆທີ່ໃຊ້ໃນວຽກງານໄປສະນີເຊັ່ນ, ພັດສະດຸໄປສະນີ, ເມດ່ວນ, ບັນຊີໄປສະນີ ແລະ ໄປສະນີພັນ;
  • ຮູ້ຈັກຫຼັກການ ແລະ ສາມາດນຳນິຕິກຳຕ່າງໆມາໝູນໃຊ້ໃນການຄຸ້ມຄອງທາງດ້ານໂທລະຄົມມະນາຄົມ,ຄຸ້ມຄອງຄື້ນຄວາມຖີ່ ແລະ ຄຸ້ມຄອງໄປສະນີ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More