Modern technology gives us many things.

ຫຼັກສູດຊັ້ນປະລິນຍາຕີຕໍ່ເນື່ອງ ວິ​ສະ​ວະ​ກຳເຕັກໂນໂລຊີ​ການສື່ສານ​ຂໍ້​ມູນຂ່າວສານ

ພາສາລາວ:   ຫຼັກສູດຊັ້ນປະລິນຍາຕີຕໍ່ເນື່ອງ ວິ​ສະ​ວະ​ກຳເຕັກໂນໂລຊີ​ການສື່ສານ​ຂໍ້​ມູນຂ່າວສານ
ພາສາອັງກິດ: Bachelor Curriculum of Continuing Course on Information and Communication Technology Engineering.

ຄາດໝາຍຜົນການຮຽນຮູ້

  • ຮູ້ຈັກວິທີການບໍລິຫານຈັດການໄອຊີທີ ທີ່ເໝາະສົມກັບບົດບາດໜ້າທີ່ ແລະ ສອດຄ່ອງກັບສະພະວະການປ່ຽນແປງຢູ່ຕະຫຼອດເວລາ;
  • ໄຈ້ແຍກ, ວິເຄາະ ແລະ ອະທິບາຍບັນດາຂໍ້ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ຂອງບັນດານິຕິກຳຕ່າງໆ ເພື່ອຊ່ວຍຊຸກຍູ້ ແລະ ສົ່່ງເສີມວຽກງານບໍລິຫານລັດດ້ວຍເອເລັກໂຕຣນິກ;
  • ວາງແຜນ, ສ້າງ ແລະ ແກ້ໄຂຖານຂໍ້ມູນ, ລະບົບເຊີເວີ ພາຍໃນສໍານັກງານ ແລະ ອົງກອນ;
  • ວາງແຜນ ແລະ ເລືອກເຝັ້ນ ເຄື່ອງມືຕ່າງໆ ໃນການຂຽນໂປຣແກຣມ, ການສ້າງ ແລະ ພັດທະນາເວັບໄຊທ໌, ການສ້າງແອບພລິເຄຊັນ;
  • ວິເຄາະ, ສ້າງ ແລະ ແກ້ໄຂ ໂປຣແກຣມ, ເວັບໄຊທ໌, ແອບພລິເຄຊັນ;
  • ໄຈ້ແຍກ ແລະ ໝູນໃຊ້ ນະໂຍບາຍ, ກົດໝາຍ, ນິຕິກຳ ການຄຸ້ມຄອງໂຄງການ, ການຄຸ້ມຄອງໂທລະຄົມ, ການຄຸ້ມຄອງຄື້ນຖີ່ ແລະ ການຄຸ້ມໄປສະນີ;
  • ແກ້ໄຂ, ຈຳແນກ ແລະ ປ້ອງກັນ ຄວາມປອດໄພທາງເຄືອຂ່າຍ ແລະ ຄວາມປອດໄພທາງອິນເຕີເນັດ;
  • ວິເຄາະ; ຄົ້ນຄວ້ານຳໃຊ້; ບຳລຸງຮັກສາ; ຄຸ້ມຄອງ ແລະ ແກ້ໄຂບັນດາ ໃນວຽກງານຕິດພັນທາງດ້ານໂທລະຄົມມະນາຄົມ ເຊັ່ນ: ລະບົບສາຍສົ່ງ, ລະບົບເຄື່ອງຮັບ-ສົ່ງ, ສູນກາງໂທລະສັບ;
  • ຄິດຄົ້ນ ແລະ ປະດິດສິ່ງໃໝ່ໆທາງດ້ານໄອຊີທີ ເພື່ອມານໍາໃຊ້ເຂົ້າໃນວຽກງານ ແລະ ການດໍາລົງຊີວິດຂອງມວນມະນຸດ;
  • ເຮັດວຽກເປັນຄະນະ, ປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ຊື່ສັດ ແລະ ມີຈັນຍາບັນຕໍ່ວິຊາຊີບ;
  • ພົວພັນປະສານງານກັບບຸກຄົນ; ໜ່ວຍງານ; ອົງການ ຫຼື ພາກສ່ວນທີ່ກ່ຽວພັນໄດ້ເປັນຢ່າງດີ;
  • ກ້າສະແດງອອກ; ສາມາດເຈລະຈາຕໍ່ລອງ, ພົບປະກັບຄູ່ຮ່ວມມື ຫຼື ລູກຄ້າໄດ້ເປັນຢ່າງດີ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More