Modern technology gives us many things.

ທ່ານ ປອ ປະດັບໄຊ ໄຊຍະໂຄດ ເຂົ້າຮ່ວມກອງປະຊຸມຮ່ວມທີ່ ສສ ຫວຽດນາມ ພາຍໃຕ້ໂຄງການ REAS-SEA VIO

ໃນວັນທີ 14-15/09/2023. ທ່ານ ປອ ປະດັບໄຊ ໄຊຍະໂຄດ ຫົວໜ້າ ສະຖາບັນເຕັກໂນໂລຊີການສືາສານຂໍ້ມູນຂ່າວສານ ພ້ອມດ້ວຍຄະນະຮັບຊອບວຽກງານໂຄງການບົດຄົ້ນຄ້ວາຮ່ວມມືບັນດາປະເທດທີ່ເປັນສະມາຊິກອາຊຽນ ລວມມີມະຫາວິທະຍາໄລຕ່າງໆແລະບໍລິສັດ:The University of Tokyo Japan, Nha-Trang University, Vietnam, Universiti Brunei Darussalam, Brunei,National University of Singapore, Singapore,Posts and Telecommunications Institute of Technology, Vietnam, Soitec, Singapore, Cambodia Academy of Digital Technology, Cambodia, Waseda University, Japan, Institute of Information and Communication Technology, Laos ພາຍໃຕ້ໂຄງການ REAS-SEA VIO.

ກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນເວລາ: 8:30 ນາທີ ວັນທີ 14 ກັນຍາ 2023 ທີ່ ມະຫາວິທະຍາໄລ ຍາຈາງ ປະເທດຫວຽດນາມ. ໃນກອງປະຊຸມດັ່ງກ່າວໄດ້ມີການສົນທະນາແລະປຶກສາຫາລືວຽກງານ ບົດຄົ້ນຄ້ວາຮ່ວມກັນໃນຫົວຂໍ້: Resilient Artificial Intelligence of Things (AIoT) Green Energy, System with Real-time Solution for Effective Aquaculture (REAS-SEA) ແບບກົງໄປກົງມາ ພ້ອມທັງຮັບຟັັງບົດລາຍງານຄວາມຄືບໜ້າຂອງບົດໂຄງການ ແລະ ປຶກສາຫາລືເພື່ອສານຕໍ່ບົດຄົ້ນຄວ້ານີ້ໃຫໄດ້ຮັບຜົນອອກມາດີທີ່ສຸດ.

ການຮ່ວມປະຊຸມໃນຄັ້ງນີ້ ນອກຈາກທີ່ໄດ້ປະຊຸມວຽກບົດຄົ້ນຄ້ວາແລ້ວ ທ່ານ ປອ. ປະດັບໄຊ ໄຊຍະໂຄດ ຫົວໜ້າ ສະຖາບັນເຕັກໂນໂລຊີການສື່ສານຈໍ້ມູນຂ່າວສານກໍ່ໄດ້ສົນທະນາແລກປ່ຽນບົດຮຽນເຊີ່ງກັນແລະກັນ ລະຫວ່າງ ຂໍ້ມູນສະຖາບັນ ແລະ ມະຫາວິທະຍາໄລຕ່າງໆທີ່ເຂົ້າຮ່ວມໃນຄັ້ງນີ້ ເພື່ອເປັນການສ້າງຄວາມສາມັກຄີອັນແໜ້ນແຟ້ນລະຫວ່າງ ສຕສ ແລະ ມະຫາວິທະຍາໄລຕ່າງໆພາຍໃຕ້ສະມາຊິກໂຄງການດັ່ງກ່ວາ ພ້ອມນັ້ນກໍ່ໄດ້ໄປຢ້ຽມຍາມຟາມກຸ້ງທີ່ຢູ່ໃນຂອບເຂດຂອບຄົ້ນຄ້ວາຄັ້ງນີ້ ທີ່ເພີ່ນໄດ້ນຳໃຊ້ລະບົບIoTເຂົ້າຊ່ວຍໃນການລ້ຽງກຸ້ງ. ກອງປະຊຸມດັ່ງກ່າວໄດ້ປິດລົງໃນເວລາ: 6:30 ນາທີ ວັນທີ 15 ກັນຍາ 2023 ທີ່ ມະຫາວິທະຍາໄລ ຍາຈາງ ສສ ປະເທດຫວຽດນາມ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More