Modern technology gives us many things.

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ລົງເຜີຍແຜ່ ວຽກງານຫຼັກສູດປະລິນຍາຕີ, ຫຼັກສູດຝຶກອົບຮົມໄລຍະຍາວ-ໄລຍະສັ້ນ, ວິທີການປະເມີນວັດລະດັບທັກສະດິຈິຕ໋ອນ ແລະ ແນວທາງການຮຽນ ແລະ ການປະກອບອາຊີບໃນຂະແໜງ IT, CT ແລະ ການເຂົ້າຮ່ວມແຂ່ງຂັນໂປຣແກຣມລະດັບປະເທດ ຄັ້ງທີ່ I ໃຫ້ບັນດາພະນັກງານ, ນັກຮຽນຊັ້ນ ມ7 ແລະ ນັກສຶກສາລະດັບມະຫາວິທະຍາໄລ ໃນ 3 ແຂວງ

ໃນຄັ້ງວັນທີ 11-20 ກັນຍາ 2023, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ລົງເຜີຍແຜ່ ວຽກງານຫຼັກສູດປະລິນຍາຕີ, ຫຼັກສູດຝຶກອົບຮົມໄລຍະຍາວ-ໄລຍະສັ້ນ, ວິທີການປະເມີນວັດລະດັບທັກສະດິຈິຕ໋ອນ ແລະ ແນວທາງການຮຽນ ແລະ ການປະກອບອາຊີບໃນຂະແໜງ IT, CT ແລະ ການເຂົ້າຮ່ວມແຂ່ງຂັນໂປຣແກຣມລະດັບປະເທດ ຄັ້ງທີ່ I ໃຫ້ບັນດາພະນັກງານ, ນັກຮຽນຊັ້ນ ມ7 ແລະ ນັກສຶກສາລະດັບມະຫາວິທະຍາໄລ ໃນ 3 ແຂວງ (ແຂວງສະຫວັນນະເຂດ, ສາລະວັນ ແລະ ຈໍາປາສັກ) ຄັ້ງວັນທີ 11-20 ກັນຍາ 2023, ໃຫ້ກຽດເປັນປະທານ ໂດຍ ທ່ານ ວຽງວິໄລ ເສດຖານົນ ແລະ ທ່ານ ທ່ຽງທຳ ແກ້ວປະສິດ ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຄະນະນຳພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ, ຄະນະອຳນວຍການໂຮງຮຽນມັດທະຍົມສົມບູນອົງແກ້ວ, ມສ ສາລະວັນ ແລະ ມສ ປາກເຊ, ພະນັກງານ ແລະ ຄູອາຈານເຂົ້າຮ່ວມ, ນອກນັ້ນ ຍັງໄດ້ພົບປະແລກປ່ຽນຖອດຖອນບົດຮຽນໃນການສ້າງຕັ້ງມະຫາວິທະຍາໄລຢູ່ 02 ແຫ່ງຄື ມະຫາວິທະຍາໄລສະຫວັນນະເຂດ ແລະ ຈຳປາສັກ ເຊິ່ງມີອະທິການ, ຄະນະບໍດີ ແລະ ພະນັກງານ ຄູອາຈານ ເຂົ້າຮ່ວມນຳ.

ໃນໂອກາດດັ່ງກ່າວ, ທ່ານ ວຽງວິໄລ ເສດຖານົນ ໄດ້ກ່າວວ່າ: ປັດຈຸບັນ, ເຕັກໂນໂລຊີດິຈິຕອນ ມີການພັດທະນາຢ່າງກ້າວກະໂດດ ແລະ ໄດ້ກາຍເປັນເຄື່ອງມືທີ່ສຳຄັນ ໃຫ້ແກ່ການເຄື່ອນໄຫວ, ການດຳລົງຊີວິດຂອງມວນມະນຸດເຮົາ ໃຫ້ມີຄວາມສະດວກສະບາຍ ແລະ ເປັນປັດໃຈທີ່ສໍາຄັນໃຫ້ແກ່ລັດຖະບານ, ນຳໃຊ້ເຂົ້າໃນວຽກງານບໍລິຫານ, ບໍລິການສັງຄົມ. ນອກຈາກນັ້ນ, ສປປ ລາວ ໄດ້ມີວິໄສທັດຫັນເປັນເສດຖະກິດດິຈິຕອນ ໄລຍະ 20 ປີ (2021-2040), ແຜນຍຸດທະສາດເສດຖະກິດດິຈິຕອນ ໄລຍະ 10 ປີ (2021-2030) ແລະ ແຜນການຫັນເປັນເສດຖະກິດດິຈິຕອນ ໄລຍະ 5 ປີ (2021-2025) ຊຶ່ງໄດ້ປະກອບມີ 03 ເສົາຄໍ້າຄື: ເສດຖະກິດດິຈິຕອນ, ສັງຄົມດິຈິຕອນ ແລະ ລັດຖະບານດິຈິຕອນ.

ຈຸດປະສົງຂອງການລົງເຜີຍແຜ່ໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ ຫຼັກສູດໄລຍະຍາວ, ຝຶກອົບຮົມໄລຍະສັ້ນ ແລະ ທາງເລືອກໃນການເຂົ້າຮຽນ, ປະກອບອາຊີບຂະແໜງ ໄອຊີທີ ແກ່ນ້ອງນັກຮຽນ ມ7, ການແລກປ່ຽນຂໍ້ມູນໃນການສ້າງຕັ້ງມະຫາວິທະຍາໄລທີ່ມະຫາວິທະຍາໄລສະຫວັນນະເຂດ ແລະ ຈຳປາສັກ, ການວັດລະດັບທັກສະໄອຊີທີ/ດີຈີຕອນ ໃຫ້ແກ່ພະນັກງານໃນຂະແໜງການເຕັກໂນໂລຊີ ແລະ ການສື່ສານ ແລະ ເຜີຍແຜ່ ການເຂົ້າຮ່ວມແຂ່ງຂັນໂປຣແກຣມລະດັບປະເທດ ຄັ້ງທີ່ I ເຊິ່ງເປັນໂຄງການຮ່ວມມື ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ບໍລິສັດ ລາຍລາວແລັບ ໂຊລູເຊິນ ຈຳກັດ.

ໃນການລົງເຜີຍແຜ່ດັ່ງກ່າວ ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ໃນຫົວຂໍ້ກ່ຽວກັບ ຫຼັກສູດທັງໄລຍະຍາວ ແລະ ໄລຍະສັ້ນ, ທາງເລືອກໃນການເຂົ້າຮຽນ, ປະກອບອາຊີບຂະແໜງ ໄອຊີທີ ແລະ ການວັດລະດັບທັກສະໄອຊີທີ/ດີຈີຕອນ ຈາກນັກວິທະຍາກອນ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ພ້ອມນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ ໃຫ້ຄວາມສົນໃຈກ່ຽວກັບການສອບຖາມກ່ຽວກັບຫຼັກສູດການຮຽນການສອນຂອງສະຖາບັນ ແລະ ສອບຖາມ ແລກປ່ຽນ ກ່ຽວກັບຫຼັກສູດຝຶກອົບຮົມໄລຍະສັ້ນ ແລະ ຖອດຖອນບົດຮຽນກ່ຽວກັບການສ້າງຕັ້ງເປັນມະຫາວິທະຍາໄລ ທີ່ມະຫາວິທະຍາໄລສະຫວັນນະເຂດ ແລະ ຈຳປາສັກອີກດ້ວຍ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More