Modern technology gives us many things.

ກອງປະຊຸມໃຫຍ່ຄັ້ງທີ II ຂອງ ໜ່ວຍພັກສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

ກອງປະຊຸມໃຫຍ່ຄັ້ງທີ II ຂອງ ໜ່ວຍພັກສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

ກອງປະຊຸມໃຫຍ່ຄັ້ງທີ II ຂອງ ໜ່ວຍພັກສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຈັດຂຶ້ນໃນວັນທີ 13 ທັນວາ 2019 ທີ່ສະຖາບັນ ຕສ ໂດຍພາຍໄຕ້ການເປັນປະທານ ຂອງ ສະຫາຍ ບຸນສະເຫຼີມໄຊ ເຄນນາວົງ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີ ກະຊວງ ປທສ, ມີບັນດາໜ່ວຍພັກອ້ອມຂ້າງກະຊວງ ປທສ 13 ໜ່ວຍພັກ, ມີເລຂາໜ່ວຍພັກ, ມີສະມາຊິກພັກສົມບູນ ແລະ ສໍາຮອງ ຂອງໜ່ວຍພັກ ສະຖາບັນ ຕສ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໃຫຍ່ຄັ້ງທີ II ຂອງ ໜ່ວຍພັກສະຖາບັນ ຕສ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາເຫັນເອກະພາບກັນ ແລະ ຮັບຮອງເອົາບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາຂອງຄະນະໜ່ວຍພັກ ເປັນເອກະພາບກັນຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນໃນການຊີ້ນໍາ-ນໍາພາ ການຈັດຕັ້ງປະຕິບັດມະຕິອົງຄະນະພັກກະຊວງ ແລະ ແຜນການລວມຂອງໜ່ວຍພັກໃນໄລຍະຜ່ານມາ. ພ້ອມນີ້ກອງປະຊຸມຍັງໄດ້ເປັນເອກະພາບກັນຮັບຮອງເອົາທິດທາງແຜນການ 5 ປີ ນັບແຕ່ປີ 2020 ຮອດປີ 2025.

ໃນກອງປະຊຸມຜູ້ແທນສົມບູນຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ເຊິ່ງມີຜູ້ສະໝັກເລືອກຕັ້ງ 5 ສະຫາຍ ແລະ ເລືອກເອົາ 3 ສະຫາຍ ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກເອົາ ສະຫາຍ ສາຍຝົນ ບຸດຈັນທະລາດ ເປັນເລຂາໜ່ວຍພັກ, ສະຫາຍ ປອ ປະດັບໄຊ ໄຊຍະໂຄດ ເປັນຮອງເລຂາໜ່ວຍພັກ ທັງເປັນປະທານກວດກາໜ່ວຍພັກ, ສະຫາຍ ວຽງວິໄລ ເສດຖານົນ ເປັນກໍາມະການພັກ.

ກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ບຸນສະເຫຼີມໄຊ ເຄນນາວົງ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີ ກະຊວງ ປທສ ໄດ້ໃຫ້ທິດຊີ້ນໍາໃນແຕ່ລະດ້ານໃນທາງສ້າງສັນ ​ເປັນຕົ້ນສະຫາຍ​ໄດ້​ຊີ້​ນຳ​ວ່າ: ໃຫ້ເອົາ​ໃຈ​ໃສ່​ທາງດ້ານວຽກງານແນວຄິດ, ວຽກງານວິຊາສະເພາະ, ຮັດແໜ້ນຄວາມສາມັກຄີພາຍໃນຄະນະໜ່ວຍພັກ, ວຽກງານປັບປຸງກົງຈັກການຈັດຕັ້ງ, ວຽກງານການສ້າງບຸກຄະລາກອນ ໃຫ້ແທດເໝາະກັບສະພາບຄວາມຮຽກຮ້ອງຕ້ອງການຕົວຈິງໃນປະຈຸບັນ, ​ຊຸກຍູ້​ການຈັດຕັ້ງປະຕິບັດ​ນິຕິ​ກຳ​ຕ່າງໆ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ​ຂອງ​ຄະນະ​ພັກ​ແຕ່ລະ​ຂັ້ນຕໍ່​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ພັກ, ​ເປັນຕົ້ນການ​ກໍ່ສ້າງ​ ໜ່ວຍ​ພັກ​ປອດໃສ ເຂັ້ມແຂງ ໜັກແໜ້ນ, ​ເອົາ​ໃຈ​ໃສ່​ຕໍ່​ກັບ​ວຽກ​ງານ​ຄຸ້ມ​ຄອງ​ສະມາຊິກ​ພັກ, ການຈັດຕັ້ງພັກ, ສຶບຕໍ່​ຕິດຕາມ​ກວດກາ​ວຽກ​ງານ​ກວດກາ ​ໃຫ້​ໄດ້​ຕາມ​ລະດັບ​ຄາດ​ໝາຍ ​ແລະ ຖືກຕ້ອງ​ຕາມ​ຫຼັກການ. ສະຫາຍຍັງໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍຕໍ່ຄະນະໜ່ວຍພັກຊຸດໃໝ່ ຂອງສະຖາບັນ ຕສ  ພ້ອມທັງ ໃຫ້ຕັ້ງໜ້າສູ້ຊົນຜ່ານຜ່າບັນດາອຸປະສັກ ແລະ ສິ່ງທ້າທາຍຕ່າງໆ ເພື່ອເຮັດໃຫ້ ສະຖາບັນ ຕສ ເຮັດສຳເລັດໜ້າທີ່ການເມືອງ ທີ່ພັກ ແລະ ລັດ   ມອບໝາຍໃຫ້.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More