Modern technology gives us many things.

ພິທີເປີດ-ປິດ ຝຶກອົບຮົມໃນຫົວຂໍ້ “ການປ້ອງກັນໄພຄຸກຄາມທາງອິນເຕິເນັດ”

ພິທີເປີດ-ປິດ ຝຶກອົບຮົມໃນຫົວຂໍ້ “ການປ້ອງກັນໄພຄຸກຄາມທາງອິນເຕິເນັດ”

ໃນຕອນເຊົ້າຂອງ ວັນທີ 25 ທັນວາ 2019 ເວລາ 8:30 ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຈັດພິທີເປີດ-ປິດ ຝຶກ​ອົບຮົມໃນຫົວ​ຂໍ້  ​“ການປ້ອງກັນໄພຄຸກຄາມທາງອິນເຕິເນັດ” ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ມີ  ທ່ານ  ປອ. ປະດັບໄຊ ໄຊຍະໂຄດ ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ທັງໃຫ້ກຽດເປັນປະທານໃນການ​ຝຶກ​ອົບຮົມ ແລະ ບັນດາທ່ານ ຄະນະພະແນກ, ຄູ-ອາຈານ, ຕາງໜ້າຈາກບັນດາກົມອ້ອມຂ້າງທີ່ກ່ຽວຂ້ອງທີ່ຂື້ນກັບກະຊວງ ປທສ ແລະ ນັກສໍາມະນາກອນ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ ຢ່າງພ້ອມພຽງ.

ການຝຶກອົບຮົມຄັ້ງນີ້ແມ່ນໃຊ້ໄລຍະເວລາໃນການຝຶກອົບຮົມຈໍານວນ 03 ວັນ ແຕ່ວັນທີ 25-27/12/2019 ໂດຍມີນັກຝຶກທັງໝົດຈໍານວນ 15 ທ່ານ ຈາກສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ພະນັກງານຈາກບັນດາກົມອ້ອມຂ້າງທີ່ກ່ຽວຂ້ອງທີ່ຂື້ນກັບ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ. ຈຸດປະສົງ​ໃນ​ການຈັດ​ຝຶກ​ອົບຮົມ​ຄັ້ງ​ນີ້ ເພື່ອ​ກໍ່ສ້າງ​ພະນັກງານ, ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານວິຊາການ ແລະ ເປັນການຖອດຖອນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ໃຫ້ນັກສໍາມະນາກອນໄດ້ຮຽນຮູ້ກ່ຽວກັບການປ້ອງກັນໄພຄຸກຄາມທາງອິນເຕີເນັດ ແລະ ເຂົ້າໃຈການນໍາໃຊ້ເຄື່ອງມືຕ່າງໆ ພ້ອມທັງວິທີແກ້ໃຂ. ເພື່ອເອົາບົດຮຽນວິຊາ “ການປ້ອງກັນໄພຄຸກຄາມທາງອິນເຕີເນັດ” ນຳໄປເຜີຍແຜ່, ສິດສອນໃຫ້ແກ່ນັກສຶກສາ ແລະ ນໍາໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More