Modern technology gives us many things.

ພິທີເປີດ – ປິດ ຂະບວນການແຂ່ງຂັນກິລາ ຂອງນັກສຶກສາ ເພື່ອຂໍ່ານັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 44 ປີ

ພິທີເປີດ – ປິດ ຂະບວນການແຂ່ງຂັນກິລາ ຂອງນັກສຶກສາ ເພື່ອຂໍ່ານັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 44 ປີ

ໃນຕອນແລງຂອງ ວັນທີ 06 ທັນວາ 2019 ເວລາ 14:00 ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ມີພິທີເປີດ – ປິດ ຂະບວນການແຂ່ງຂັນກິລາ ຂອງນັກສຶກສາ ເພື່ອຂໍ່ານັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 44 ປີ ພາຍໃຕ້ການເປັນປະທານ ທ່ານ. ປອ ແກ້ວວຽງໄຊ ສຸຣິຍະ, ຮອງຫົວໜ້າສະຖາບັນ ເຊິ່ງມີ ຄະນະນຳ, ຄະນະພະແນກ ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ. ການແຂ່ງຂັນກິລາແມ່ນເລີ່ມແຕ່ວັນທີ 19 ພະຈິກ ຫາ ວັນທີ 03 ທັນວາ 2019 ໃນນັ້ນກິລາທີ່ຈັດແຂ່ງຂັນມີ 03 ປະເພດຄື: ກິລາບານສົ່ງ, ກິລາເປຕັງ ແລະ ກິລາດຶງເຊືອກ ມີທີມທີ່ເຂົ້າຮ່ວມທັງໝົດ 66 ທີມ.

ການແຂ່ງຂັນແຕ່ລະປະເພດແບ່ງເປັນ 03 ສາຍ, ເຊິ່ງພິທີໃນຄັ້ງນີ້ແມ່ນໄດ້ປະກາດຜົນການແຂ່ງຂັນກິລາ ແລະ ມອບລາງວັນ ລາຍລະອຽດມີດັ່ງນີ້:
1. ລາງວັນຊະນະເລີດ ໄດ້ຂັນ 1 ໜ່ວຍ, ປະເພດບານສົ່ງ ຫ້ອງ 1/4 IT, ປະເພດເປຕັ່ງ ຫ້ອງ 3/2 IT, ປະເພດດຶງເຊືອກ ຫ້ອງ 3/2 IT.
2. ລາງວັນຮອງຊະນະເລີດ ອັນດັບທີ 2 ປະເພດບານສົ່ງ ຫ້ອງ 3/4 CT, ປະເພດເປຕັ່ງ ຫ້ອງ 2/2 IT, ປະເພດດຶງເຊືອກ ຫ້ອງ 2/5 IT.
3. ລາງວັນຮອງຊະນະເລີດ ອັນດັບທີ 3 ປະເພດບານສົ່ງ ຫ້ອງ 1/3 IT, ປະເພດເປຕັ່ງ ຫ້ອງ 2/1 CT, ປະເພດດຶງເຊືອກ ຫ້ອງ 3/3 IT.

ໃນພິທີດັ່ງກ່າວ ທ່ານ. ປອ ແກ້ວວຽງໄຊ ສຸຣິຍະ, ຮອງຫົວໜ້າສະຖາບັນ ຍັງໄດ້ໃຫ້ທິດຊີ້ນຳ ແລະ ໃຫ້ຄຳໂອວາດຕໍ່ພິທີດັ່ງກ່າວ ແລະ ໄດ້ກ່າວ ປິດ ຂະບວນການແຂ່ງຂັນກິລາ ຄໍ່ານັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 44 ປີ ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ລົງຢ່າງຈົບງາມ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More