ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ ໄດ້ຈັດຊຸດຝຶກອົບຮົມໃນຫົວຂໍ້: “ການນຳໃຊ້ AI ເພື່ອເພີ່ມປະສິດທິພາບໃນວຽກງານ” ໃຫ້ແກ່ພະນັກງານ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ.

ໃນລະຫວ່າງວັນທີ 21 ຫາ 23 ກໍລະກົດ 2026, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ ນະຄອນຫຼວງວຽງຈັນ ໄດ້ຈັດຊຸດຝຶກອົບຮົມໃນຫົວຂໍ້: “ການນຳໃຊ້ AI ເພື່ອເພີ່ມປະສິດທິພາບໃນວຽກງານ” ໃຫ້ແກ່ພະນັກງານ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ..

​ຊຸດຝຶກອົບຮົມດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານຫົວໜ້າ, ຮອງຫົວໜ້າພະແນກ, ບັນດາທ່ານຫົວໜ້າ ແລະ ຮອງຂະແໜງການ ພ້ອມດ້ວຍພະນັກງານວິຊາການທັງໝົດ ຈຳນວນ 52 ທ່ານ, ເຊິ່ງໃນນັ້ນມີຜູ້ເຂົ້າຮ່ວມຍິງຈຳນວນ 27 ທ່ານ. ສຳລັບການບັນຍາຍ ແລະ ພາປະຕິບັດຕົວຈິງໃນຄັ້ງນີ້ ແມ່ນໄດ້ຮັບກຽດຖ່າຍທອດບົດຮຽນໂດຍ ວິທະຍາກອນຊ່ຽວຊານ ຈາກ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ).

​ຈຸດປະສົງຫຼັກຂອງການອົບຮົມ ແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ ໃນການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເຂົ້າໃນການຊ່ວຍປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ມີຄວາມວ່ອງໄວ, ທັນສະໄໝ ແລະ ມີປະສິດທິພາບສູງຂຶ້ນ. ຮູບແບບຂອງການຝຶກອົບຮົມ ແມ່ນເນັ້ນການລົງມືປະຕິບັດຕົວຈິງ (Hands-on) ເຖິງ 70% ແລະ ພາກທິດສະດີ 30%.

​ສຳລັບໂຄງສ້າງເນື້ອຫາຂອງການຝຶກອົບຮົມຕະຫຼອດໄລຍະ 3 ວັນ ແມ່ນປະກອບມີລາຍລະອຽດດັ່ງນີ້:

  • ມື້ທີ 1: ການຮຽນຮູ້ພື້ນຖານກ່ຽວກັບ AI ແລະ ສິນລະປະການສັ່ງງານ (Prompt Engineering) ເພື່ອໃຫ້ເຂົ້າໃຈກົນໄກການເຮັດວຽກຂອງ AI.
  • ມື້ທີ 2: ການສ້າງສັນເນື້ອຫາຕ່າງໆ (Text, Docs, Image & Audio) ໂດຍນຳໃຊ້ເຄື່ອງມື AI ມາຊ່ວຍຈັດການເອກະສານ, ແປພາສາ, ສ້າງຮູບພາບ ແລະ ສຽງ.
  • ​ມື້ທີ 3: ການຜະລິດວິດີໂອ, ການຮຽນຮູ້ກ່ຽວກັບຈັນຍາບັນ ແລະ ຄວາມປອດໄພໃນການນຳໃຊ້ AI ພ້ອມທັງການນຳສະເໜີຜົນງານ Project ຂອງຜູ້ເຂົ້າຮ່ວມ.

​ໃນຕອນທ້າຍຂອງການຝຶກອົບຮົມ, ທາງຄະນະຈັດງານໄດ້ມີການວັດຜົນການຮຽນຮູ້, ສະຫຼຸບຜົນການຮຽນ ແລະ ໄດ້ມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ເຂົ້າຮ່ວມຄົບຖ້ວນ 3 ວັນ ພ້ອມທັງຖ່າຍຮູບຮ່ວມກັນເປັນທີ່ລະນຶກ ເພື່ອກຽມພ້ອມນຳເອົາບົດຮຽນໄປຈັດຕັ້ງປະຕິບັດເຂົ້າໃນວຽກງານວິຊາສະເພາະຂອງຕົນຕໍ່ໄປ.