ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຈັດກອງປະຊຸມວິຊາການ ສະຫຼຸບຖອດຖອນບົດຮຽນແຜນການສິດສອນປະຈໍາສົກສຶກສາ 2024-2025 ແລະ ວາງແຜນທິດທາງການພັດທະນາການສິດສອນປະຈໍາສົກຮຽນໃໝ່
ຕອນເຊົ້າວັນທີ 04 ກັນຍາ 2025 ເພື່ອຜັນຂະຫຍາຍມະຕິກອງປະຊຸມອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝ III ໃຫ້ປະກົດຜົນເປັນຈິງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຈັດກອງປະຊຸມວິຊາການ ສະຫຼຸບຖອດຖອນບົດຮຽນແຜນການສິດສອນປະຈໍາສົກສຶກສາ 2024-2025 ແລະ ວາງແຜນທິດທາງການພັດທະນາການສິດສອນປະຈໍາສົກຮຽນໃໝ່ ພ້ອມທັງກະກຽມຄວາມພ້ອມໃນການເປີດກອງປະຊຸມຄົບຄະນະສະພາວິຊາການ. ໂດຍພາຍໃຕ້ ການເປັນປະທານ ຂອງ ທ່ານ ປອ. ນາງ ໃຈມາລີ ພະກະຊຸມ ຮອງຫົວໜ້າ ສະຖາບັນ ຕສ, ຜູ້ຊີ້ນໍາວຽກວິຊາສະເພາະ.

ຈຸດປະສົງ ຂອງກອງປະຊຸມດັ່ງກ່າວແມ່ນກອງປະຊຸມວຽກວິຊາການ ທີ່ລົງເລິກວຽກງານການສິດສອນ, ຄຸ້ມຄອງນັກສຶກສາ, ພັດທະນາຫຼັກສູດ ແລະ ການຍົກລະດັບຕໍາແໜ່ງວິຊາການຂອງຄູອາຈານ. ວາລະທໍາອິດໃນກອງປະຊຸມໄດ້ລາຍງານຜົນການສະຫຼຸບຖອດຖອນບົດຮຽນໃນການສິດສອນ ໃນສົກສຶກສາ 2024-2025 ແລະ ວາງແຜນ ໃນສົກສຶກສາ 2025-2026 ຊຶ່ງສະແດງໃຫ້ເຫັນເຖິງຈໍານວນນັກສຶກສາ, ອັດຕາການຂື້ນຫ້ອງສອນ ແລະ ຄຸນນະພາບຂອງການສຶກສາ ແມ່ນຢູ່ຕາມເກນມາດຕະຖານສູງ ພ້ອມໄດ້ເປີດໂອກາດຮັບເອົາຄໍາເຫັນແລກປ່ຽນຈາກບັນດາຄູອາຈານພາຍໃນ, ຄູຮັບເຊີນ ແລະ ນັກສຶກສາ ປະກອບໃຫ້ໃສ່ວຽກດັ່ງກ່າວໃຫ້ມີການພັດທະນາຕໍ່ຍອດ ເປັນຕົ້ນ ການຮັກສາຄຸນນະພາບການສິດສອນ, ການປະຕິບັດໂມງເວລາ ແລະ ການເພີ່ມບັນດາກິດຈະກໍາ, ສື່ການຮຽນການສອນ ແລະ ຈຸດແລກປ່ຽນທີ່ສໍາຄັນ.
ວາລະສອງແມ່ນໄດ້ລາຍງານຄືນຄວາມເປັນໄປໄດ້ໃນການກະກຽມສະເໜີຂໍຕໍາແໜ່ງວິຊາການ ຂັ້ນອາຈານ ໃຫ້ ຄູອາຈານພາຍໃນ ສະຖາບັນ ຕສ ຈໍານວນ 3 ທ່ານ ທີ່ຄົບມາດຖານ ແລະ ເງື່ອນໄຂ ໃຫ້ສໍາເລັດທັນກັນຍາ 2025 ນີ້.
ວາລະກ່ຽວກັບວຽກຄຸ້ມຄອງນັກສຶກສາ ແມ່ນໄດ້ມີການແລກປ່ຽນຂະບວນການດໍາເນີນວຽກປະຕິບັດລະບຽບການນຸ່ງຖື ແລະ ໂມງເວລາເຂົ້າຫ້ອງຮຽນ ໃຫ້ມີຄວາມເຂັ້ມງວດຂື້ນຕື່ມ.