Modern technology gives us many things.

ກອງປະຊຸມສະຫຼຸບວຽກງານການຮ່ວມມື ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ແລະອົງການ (NIPA), ສ. ເກົາຫຼີ.

ໃນຕອນເຊົ້າຂອງ ວັນທີ 19 ມິຖຸນາ 2026 ທີ່ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 05 ສະຖາບັນເຕັກໂນໂລຊີ ແລະ ການສື່ສານ, ໄດ້ມີການຈັດກອງປະຊຸມສະຫຼຸບວຽກງານການຮ່ວມມື ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ແລະ ອົງການ(NIPA) ຈາກ ສາທາລະນະລັດ ເກົາຫຼີ, ກອງປະຊຸມຄັ້ງນີ້ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ປະລີນຍາເອກ ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ປະລີນຍາເອກ ປະດັບໄຊ ໄຊຍະໂຄດ, ຫົວໜ້າ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ທ່ານ ຮັນ ຊິນ (Mr. HAHN SHIN), ຊ່ຽວຊານຈາກອົງການ (NIPA), ພ້ອມດ້ວຍຄະນະຈາກບັນດາກົມທຽບເທົ່າ, ຄະນະສະຖາບັນ, ແຂກຜູ້ມີກຽດ,  ພະນັກງານຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ທ່ານ ປະລິນຍາເອກ ປະດັບໄຊ ໄຊຍະໂຄດ ໄດ້ຂຶ້ນລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານຮ່ວມມືໃນໄລຍະ 2 ປີ 6 ເດືອນ ຜ່ານມາ ທີ່ຊ່ຽວຊານຈາກອົງການ NIPA, ໄດ້ມາປະຕິບັດໜ້າທີ່ ຢູ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ເຊິ່ງໄດ້ສ້າງໝາກຜົນອັນໂດດເດັ່ນໃນຫຼາຍດ້ານ ເປັນຕົ້ນແມ່ນ ດ້ານການຍົກລະດັບບຸກຄະລາກອນ ແລະ ການຝຶກອົບຮົມ, ດ້ານການຄົ້ນຄວ້າວິທະຍາສາດ ທີ່ມີຫຼາຍກວ່າ 50 ກິດຈະກຳ ເຊິ່ງມີຫຼາຍ 800 ເທື່ອຄົນເຂົ້າຮ່ວມ; ພ້ອມນັ້ນຍັງມີການສະໜັບສະໜູນອຸປະກອນເຕັກນິກທີ່ທັນສະໄໝອີກດ້ວຍ. ຈາກນັ້ນ, ທ່ານ ຮັນ ຊິນ (Mr. HAHN SHIN) ໄດ້ຂຶ້ນກ່າວຄວາມຮູ້ສຶກ ແລະ ສະແດງທັດສະນະຕໍ່ກັບການຮ່ວມມືຕະຫຼອດໄລຍະເວລາທີ່ຜ່ານມາ.

ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ທ່ານ ປະລິນຍາເອກ ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ກຽດຂຶ້ນກ່າວມີຄຳເຫັນຕໍ່ກອງປະຊຸມ, ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງຈິງໃຈ ມາຍັງຄະນະນໍາ, ຄູ-ອາຈານ ຂອງສະຖາບັນ ສຕສ ແລະ ໄດ້ເນັ້ນໜັກເຖິງຄວາມທຸ້ມເທເຫື່ອແຮງ, ສະຕິປັນຍາ ຂອງ ທ່ານ ຮັນ ຊິນ ທີ່ໄດ້ຊ່ວຍຍົກລະດັບຂີດຄວາມສາມາດດ້ານວິຊາການ, ຖ່າຍທອດບົດຮຽນຕົວຈິງໃຫ້ແກ່ບຸກຄະລາກອນລາວຢ່າງມີປະສິດທິຜົນ. ພ້ອມດຽວກັນນັ້ນ, ທ່ານລັດຖະມົນຕີ ຍັງໄດ້ໃຫ້ທິດຊີ້ນໍາແກ່ສະຖາບັນ ຕສ ໃນການສືບຕໍ່ພົວພັນປະສານງານກັບອົງການ NIPA ເພື່ອສ້າງແຜນການຮ່ວມມືໄລຍະຍາວ ໂດຍເນັ້ນໃສ່ວຽກງານປັນຍາປະດິດ (AI) , ການນຳໃຊ້ໝາກຜົນໄປປັບປຸງຫຼັກສູດການຮຽນ-ການສອນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຄູຝຶກພາຍໃນ (Training of Trainer) ເພື່ອຄວາມຍືນຍົງ.

ເພື່ອເປັນການຈົດຈຳ ແລະ ຍ້ອງຍໍສັນລະເສີນຕໍ່ຜົນງານດີເດັ່ນດັ່ງກ່າວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນນາມຕາງໜ້າໃຫ້ແກ່ລັດຖະບານ ສປປ ລາວ ໄດ້ຈັດພິທີມອບໃບຍ້ອງຍໍຂັ້ນລັດຖະບານ ໃຫ້ແກ່ ທ່ານ ຮັນ ຊິນ (Mr. HAHN SHIN) ເພື່ອເປັນສັນຍາລັກແຫ່ງຄວາມຂອບໃຈຢ່າງສຸດຊຶ້ງ ຈາກລັດຖະບານ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຢ່າງສົມກຽດ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More