ບໍລິຫານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ພາສາລາວ : ຫຼັກສູດຊັ້ນສູງບໍລິຫານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ
ພາສາອັງກິດ : Higher Curriculum of Information and Communication Technology Management
ມາດຕະຖານອາຊີບ
- ສື່ສານໂດຍໃຊ້ພາສາລາວ ແລະ ພາສາຕ່າງປະເທດເຂົ້າໃນວິຊາຊີບໃນລະດັບໃດໜຶ່ງທີ່ແນ່ນອນ.
- ຈັດຫາ ແລະ ດູແລຮັກສາຊັບພະຍາກອນລະບົບຂໍ້ມູນຂ່າວສານ ແລະ ການສື່ສານ ໃຫ້ພຽງພໍຕໍ່ການໃຊ້ງານ
- ບໍລິຫານຈັດການລະບົບຂໍ້ມູນຂ່າວສານ ແລະ ການສື່ສານ ໃຫ້ບໍລິການໄດ້ຢ່າງຕໍ່ເນື່ອງ ມີປະສິດທິພາບ ແລະ ໝັ້ນຄົງປອດໄພ.
- ບໍລິຫານຈັດການ, ໃຫ້ບໍລິການດ້ານຂໍ້ມູນຂ່າວສານ ແລະ ການສື່ສານ ຮອງຮັບຕາມກົດໝາຍໄອຊີທີ ຂອງລາວ ແລະ ມາດຕະຖານສາກົນ.
- ຈັດຫາ ແລະ ສ້າງນະວັດຕະກໍາດ້ານໄອຊີທີ ເພື່ອສະໜັບສະໜູນງານດ້ານບໍລິການ.
- ຮັບປະກັນຄວາມຮູ້, ຄວາມສາມາດ ແລະ ທັດສະນະຄຸນສົມບັດ ທີ່ສອດຄ່ອງກັບຄວາມຕ້ອງການພັດທະນາເສດຖະກິດສັງຄົມ ແລະ ຕະຫຼາດແຮງງານ ແຕ່ລະໄລຍະ.
- ມີຄຸນສົມບັດສິນທໍາປະຕິວັດ ແລະ ຈັນຍາບັນທີ່ດີຕໍ່ການນຳເຕັກໂນໂລຊີ, ເຄື່ອງມື ແລະ ຄວາມຮູ້ດ້ານໄອຊີທີ ໄປໃຊ້ໃນການປະກອບອາຊີບ.
- ເປັນຜູ້ບໍລິຫານ ຫຼື ເປັນຜູ້ວາງແຜນການຕິດຕັ້ງສ້ອມແປງ, ບຳລຸງຮັກສາອຸປະກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ.
- ມີທັກສະໃນການແກ້ໄຂບັນຫາ ແລະ ການວາງແຜນສ້າງລະບົບເຄືອຂ່າຍ, ລະບົບເຕັກໂນໂລຊີຂໍ້ມູນຂ່າວ ສານ.
ວຸດທິການສຶກສາ ແລະ ນາມມະຍົດ
- ຜູ້ທີ່ຮຽນຈົບຕາມຫຼັກສູດນີ້ຈະໄດ້ຮັບນາມມະຍົດເປັນນັກວິສະວະກອນດ້ານ ບໍລິຫານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ລະດັບຊັ້ນສູງ.
ລະດັບຄວາມສາມາດຫຼັງຈາກຮຽນຈົບ
- ສາມາດສື່ສານໂດຍໃຊ້ພາສາລາວ ແລະ ພາສາຕ່າງປະເທດ ໃນລະດັບໃດໜຶ່ງທີ່ແນ່ນອນ.
- ສາມາດບໍລິຫານຈັດການ, ໃຫ້ບໍລິການດ້ານຂໍ້ມູນຂ່າວສານ ແລະ ການສື່ສານ ຮອງຮັບຕາມກົດໝາຍໄອຊີທີ ຂອງລາວ ແລະ ມາດຕະຖານສາກົນ.
- ສາມາດຈັດຫາ ແລະ ດູແລຮັກສາຊັບພະຍາກອນລະບົບຂໍ້ມູນຂ່າວສານ ແລະ ການສື່ສານ.
- ສາມາດບໍລິຫານຈັດການລະບົບຂໍ້ມູນຂ່າວສານ ແລະ ການສື່ສານ ໃຫ້ບໍລິການໄດ້ຢ່າງຕໍ່ເນື່ອງ ມີປະສິດທິພາບ ແລະ ໝັ້ນຄົງປອດໄພ.
- ຈັດຫາ ແລະ ສ້າງນະວັດຕະກໍາດ້ານໄອຊີທີ ເພື່ອສະໜັບສະໜູນງານດ້ານບໍລິການ.
- ສາມາດບໍລິຫານ ແລະ ວາງແຜນການຕິດຕັ້ງສ້ອມແປງ, ບຳລຸງຮັກສາອຸປະກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ.
- ສາມາດໃຊ້ຮາດແວ, ຊອບແວ ຫຼື ເຄື່ອງມືດ້ານໄອຊີທີ ໃຫ້ມີຄວາມປອດໄພ, ສະດວກວ່ອງໄວ ແລະ ທັນສະໄໝ ທ່ວງທັນກັບສະພາບການພັດທະນາຂອງເຕັກໂນໂລຊີໃນແຕ່ລະໄລຍະ.
- ສາມາດວິເຄາະຄວາມສ່ຽງ, ຄົ້ນຄວ້ານຳໃຊ້, ບຳລຸງຮັກສາ, ຄຸ້ມຄອງ ແລະ ແກ້ໄຂບັນຫາຂໍ້ຂັດຂ້ອງທາງດ້ານເຕັກນິກຂອງຊັບພະຍາກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ
- ສາມາດຄົ້ນຄວ້ານຳໃຊ້ໂປຣແກຣມ, ອຸປະກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນ ວຽກງານຕົວຈິງໃນປັດຈຸບັນ ແລະ ອະນາຄົດ.