Modern technology gives us many things.

ວິສະວະກຳຄວາມປອດໄພທາງໄຊເບີ

ພາສາລາວ    :   ຫຼັກສູດຊັ້ນສູງຄວາມປອດໄພທາງໄຊເບີ
ພາສາອັງກິດ  :   Higher Curriculum of Cyber Security

ມາດຕະຖານອາຊີບ

  • ສື່ສານໂດຍໃຊ້ພາສາລາວ ແລະ ພາສາຕ່າງປະເທດເຂົ້າໃນວິຊາຊີບໃນລະດັບໃດໜຶ່ງທີ່ແນ່ນອນ.
  • ພັດທະນາອາຊີບ ແລະ ແກ້ໄຂບັນຫາໄດ້ ໂດຍການນຳໃຊ້ວິທະຍາສາດເຕັກໂນໂລຊີທາງໄຊເບີ.
  • ຮັບປະກັນການນໍາໃຊ້ເຄື່ອງມືການຮັກສາຄວາມປອດໄພ, ການຮັບປະກັນເຕັກໂນໂລຊີທີ່ສາມາດປົກປ້ອງສະພາບແວດລ້ອມທາງໄຊເບີ, ລະບົບເຄືອຂ່າຍ ແລະ ຂໍ້ມູນຂ່າວສານຂອງ ອົງການ ແລະ ສັບສິນຂອງຜູ້ໃຊ້ງານ.
  • ຮັບປະກັນຄວາມຮູ້, ຄວາມສາມາດ ແລະ ທັດສະນະຄຸນສົມບັດ ທີ່ສອດຄ່ອງກັບຄວາມຕ້ອງການພັດທະນາເສດຖະກິດສັງຄົມ ແລະ ຕະຫຼາດແຮງງານ ແຕ່ລະໄລຍະ.
  • ມີ​ຄຸນ​ສົມ​ບັດສິນທໍາປະຕິວັດ ແລະ ຈັນ​ຍາ​ບັນ​ທີ່​ດີ​ຕໍ່​ການ​ນຳ​ເຕັກ​ໂນ​ໂລ​ຊີ, ເຄື່ອງມື ແລະ ຄວາມຮູ້ດ້ານຄວາມປອດໄພທາງໄຊເບີ ໄປ​ໃຊ້​ໃນ​ການ​ປະ​ກອບ​ອາ​ຊີບ.
  • ເປັນຜູ້ບໍລິຫານ ຫຼື ເປັນຜູ້ວາງແຜນການຕິດຕັ້ງສ້ອມແປງ, ບຳລຸງຮັກສາອຸປະກອນເຄືອ​ຂ່າຍ ແລະ  ລະ​ບົບເຕັກໂນໂລຊີ​ຂໍ້​ມູນຂ່າວສານ.
  • ເຂົ້າໃຈຫຼັກການ ຫຼື ຂັ້ນຕອນການປະຕິບັດວຽກງານການຕິດຕັ້ງ, ແກ້ໄຂບັນຫາອາສະຍາກໍາທາງຄອມພິວເຕີ, ການບຳລຸງຮັກສາ​​ຊັບ​ພະ​ຍາ​ກອນ​ເຄືອ​ຂ່າຍ ແລະ ລະ​ບົບເຕັກໂນໂລຊີ​ຂໍ້​ມູນຂ່າວສານ.
  • ມີທັກສະໃນການແກ້ໄຂບັນຫາ ແລະ ການວາງແຜນສ້າງລະບົບເຄືອຂ່າຍ, ລະ​ບົບເຕັກໂນໂລຊີ​ຂໍ້​ມູນຂ່າວ ສານ.

ວຸດທິການສຶກສາ ແລະ ນາມມະຍົດ

  • ຜູ້ທີ່ຮຽນຈົບຕາມຫຼັກສູດນີ້ຈະໄດ້ຮັບນາມມະຍົດເປັນນັກວິສະວະກອນດ້ານ ຄວາມປອດໄພທາງໄຊເບີລະດັບຊັ້ນສູງ.

ລະດັບຄວາມສາມາດຫຼັງຈາກຮຽນຈົບ:

  • ສາມາດສື່ສານໂດຍໃຊ້ພາສາລາວ ແລະ ພາສາຕ່າງປະເທດ ໃນລະດັບໃດໜຶ່ງທີ່ແນ່ນອນ.
  • ສາມາດໃຊ້ຮາດແວ, ຊອບແວ ຫຼື ເຄື່ອງມືການຮັກສາຄວາມປອດໄພທາງໄຊເບີ ໃຫ້ມີຄວາມປອດໄພ, ສະດວກວ່ອງໄວ ແລະ ທັນສະໄ​ໝ ທ່ວງທັນກັບສະພາບການພັດທະນາຂອງເຕັກໂນໂລຊີໃນແຕ່ລະໄລຍະ.
  • ສາມາດວິເຄາະ​ຄວາມສ່ຽງ, ຄົ້ນຄວ້ານຳ​ໃຊ້, ບຳລຸງຮັກສາ, ຄຸ້ມຄອງ ແລະ ແກ້ໄຂບັນຫາຂໍ້ຂັດຂ້ອງທາງດ້ານເຕັກນິກຂອງຊັບ​ພະ​ຍາ​ກອນເຄືອ​ຂ່າຍ, ລະບົບເຕັກໂນໂລຊີຂໍ້​ມູນຂ່າວສານ ແລະ ສະກັດກັ້ນອາຊະຍາກໍາທາງລະບົບຄອມພິວເຕີ.
  • ສາມາດຄົ້ນຄວ້ານຳໃຊ້ໂປ​ຣ​ແກ​ຣມ, ອຸປະກອນເຄືອ​ຂ່າຍ ແລະ ລະ​ບົບ​​ເຕັກ​ໂນ​ໂລ​ຊີຂໍ້​ມູນ​​ຂ່າວ​ສານ ເຂົ້າໃນ ວຽກງານຕົວຈິງໃນປັດຈຸບັນ ແລະ ອະນາຄົດ.
  • ສາມາດຕິດຕັ້ງ, ສ້ອມແປງ, ແກ້ໄຂບັນຫາ, ບຳລຸງຮັກສາ ແລະ ຮັກສາຄວາມປອດໄພຊັບ​ພະ​ຍາ​ກອນ​ເຄືອ​ຂ່າຍ ​ຖືກຕ້ອງຕາມມາດຕະຖານເຕັກນິກ.
  • ສາມາດປະຕິບັດວຽກງານ ການປ້ອງກັນບໍ່ໃຫ້ລະບົບຖືກທໍາລາຍ, ​ເປ່​ເພ, ເສຍ​ຫາຍ ແລະ ປ້ອງກັນຄວາມປອດໄພໃນເວລາປະຕິບັດງານ​.
  • ສາມາດຮັກສາຄວາມປອດໄພລະບົບຄອມພິວເຕີ, ລະບົບເຕັກໂນໂລຊີຂໍ້​ມູນຂ່າວສານ, ລະບົບເຊີເວີ ແລະ ລະບົບເຄືອຂ່າຍ ເປັນຕົ້ນ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More