Modern technology gives us many things.

ຫຼັກສູດວິສະວະກຳເຕັກໂນໂລຊີການສື່ສານ

ພາສາລາວ   :         ຫຼັກສູດຊັ້ນສູງວິສະວະກຳເຕັກ​ໂນ​ໂລ​ຊີ​ການ​ສື່​ສານ
ພາສາອັງກິດ:           Higher Curriculum of Communications Technology Engineering.

ມາດຕະຖານອາຊີບ:

  • ສາ​ມາດສື່ສານໂດຍໃຊ້ພາສາລາວ ແລະ ພາສາສາກົນເຂົ້າໃນອາຊີບປະຈຳວັນ.
  • ​ສາ​ມາດພັດທະນາອາຊີບ ແລະ ແກ້ໄຂບັນຫາໄດ້ໂດຍການນຳໃຊ້ເຕັກໂນໂລຊີວິທະຍາສາດ.
  • ສາມາດເປັນຜູ້ບໍລິຫານ ຫຼື ເປັນຜູ້ວາງແຜນການຕິດຕັ້ງສ້ອມແປງ, ບຳລຸງຮັກສາອຸປະກອນເຄືອ​ຂ່າຍ ແລະ ລະ​ບົບເຕັກໂນໂລຊີ​ການ​ສື່​ສານ.
  • ເຂົ້າໃຈຫຼັກການ ຫຼື ຂັ້ນຕອນການປະຕິບັດວຽກການຕິດຕັ້ງ, ແກ້ໄຂບັນຫາ, ການບຳລຸງຮັກສາ​​ຊັບ​ພະ​ຍາ​ກອນ​ເຄືອ​ຂ່າຍ ແລະ ລະ​ບົບເຕັກໂນໂລຊີ​ການ​ສື່​ສານ.
  • ມີທັກສະໃນການແກ້ໄຂບັນຫາ ແລະ ການວາງແຜນສ້າງລະບົບເຄືອຂ່າຍ, ລະ​ບົບເຕັກໂນໂລຊີ​ການ​ສື່​ສານ.

ຄຸນວຸດທິ ແລະ ນາມມະຍົດ:

  • ຜູ້ທີ່ຮຽນຈົບຕາມຫຼັກສູດນີ້ຈະໄດ້ຮັບນາມມະຍົດເປັນນັກວິສະວະກອນດ້ານເຕັກ​ໂນ​ໂລ​ຊີ​ການ​ສື່​ສານ ລະດັບຊັ້ນສູງ.

ລະດັບຄວາມສາມາດ:

  • ສາມາດສື່ສານໂດຍໃຊ້ພາສາລາວ ແລະ ພາສາສາກົນໃນລະດັບໃດໜື່ງທີ່ແນ່ນອນ.
  • ສາມາດຄົ້ນຄວ້ານຳໃຊ້ໂປ​ຣ​ແກ​ຣມ, ອຸປະກອນເຄືອ​ຂ່າຍ ແລະ ລະ​ບົບ​​ເຕັກ​ໂນ​ໂລ​ຊີການ​ສື່​ສານເຂົ້າໃນວຽກງານຕົວຈິງໃນປັດຈຸບັນ ແລະ ອະນາຄົດ.
  • ສາມາດຕິດຕັ້ງ, ສ້ອມແປງ,ແກ້ໄຂບັນຫາ ແລະ ການບຳລຸງຮັກສາຊັບ​ພະ​ຍາ​ກອນ​ເຄືອ​ຂ່າຍໃຫ້​ຖືກຕ້ອງຕາມຫລັກການ.
  • ສາມາດປະຕິບັດວຽກງານການປ້ອງກັນບໍ່ໃຫ້ລະບົບ​ເປ່​ເພ, ເສຍ​ຫາຍ ແລະ ປ້ອງກັນຄວາມປອດໄພໃນເວລາປະຕິບັດງານ​.
  • ສາມາດປະກອບອາຊີບການຕິດຕັ້ງສ້ອມແປງອຸປະກອນເຄືອ​ຂ່າຍ ແລະ ລະ​ບົບເຕັກໂນໂລຊີ​ການ​ສື່​ສານ.
  • ສາມາດສະໝັກເຂົ້າເຮັດວຽກງານດ້ານເຕັກໂນໂລຊີການ​ສື່​ສານ ຫຼື ສະໝັກເຮັດວຽກຢູ່​ນຳບັນດາອົງການຈັດຕັ້ງລັດ, ບໍລິສັດ, ລັດວິສາຫະກິດ, ອົງການຈັດຕັ້ງສາກົນແລະເອກະຊົນຕ່າງໆ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More