Modern technology gives us many things.

ພິທີຮັບເອົາສະມາຊິກພັກສໍາຮອງເລື່ອນຂຶ້ນເປັນສະມາຊິກພັກສົມບູນ ແລະ ຮັບມະຫາຊົນກ້າວໜ້າຂຶ້ນເປັນສະມາຊິກພັກສໍາຮອງ ຂອງ 4 ໜ່ວຍພັກ

ໃນວັນທີ 21 ມິຖຸນາ 2023, ທີ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ໄດ້ຈັດພິທີຮັບເອົາສະມາຊິກພັກສໍາຮອງເລື່ອນຂຶ້ນເປັນສະມາຊິກພັກສົມບູນ 09 ສະຫາຍ  ແລະ ຮັບມະຫາຊົນກ້າວໜ້າຂຶ້ນເປັນສະມາຊິກພັກສໍາຮອງ 06 ສະຫາຍ ຂອງໜ່ວຍພັກ ຫ້ອງການກະຊວງ, ໜ່ວຍພັກ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໜ່ວຍພັກ ກົມໄປສະນີ ແລະ ໜ່ວຍພັກ ອົງການດັດສົມໂທລະຄົມມະນາຄົມ. ໂດຍໃຫ້ກຽດເປັນປະທານຂອງ ສະ​ຫາຍ ຄຳພູ ດວງຖະໜອມ ຄະນະປະຈໍາພັກ ກະຊວງ, ເລຂາໜ່ວຍພັກ ກົມຈັດຕັ້ງ-ພະນັກງານ; ມີບັນດາສະຫາຍ ຄະ​ນະ​​ບໍ​ລິ​ຫານ​ງານພັກ​, ເລ​ຂາ​ໜ່ວຍ​ພັກ, ຕາງ​ໜ້າ​ຈາກ​ໜ່ວຍ​ພັກ ບັນ​ດາ​ກົມ/​ທຽບ​ເທົ່າ ແລະ ຜູ້​ຕາງ​ໜ້າ​ສາມ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ພ້ອມ​ດ້ວຍ​ສະ​ມາ​ຊິກ​ພັກທັງ​ໝົດ​ ​ເຂົ້າ​ຮ່ວມ.

ພິທີໃນຄັ້ງນີ້ ເລຂາໜ່ວຍພັກທັງ 04 ໜ່ວຍພັກໄດ້ໃຫ້ກຽດອ່ານ​ມະ​ຕິ​ຕົກ​ລົງ ວ່າ​ດ້ວຍ​ການ​ອະ​ນຸ​ມັດ​ໃຫ້​ມະ​ຫາ​ຊົນ​ກ້າວ​ໜ້າ ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ​ສຳ​ຮອງ ແລະ ​ອ່ານມະ​ຕິ​ຕົກ​ລົງ ວ່າ​ດ້ວຍ​ການ​ອະ​ນຸ​ມັດ​ໃຫ້​​ພັກ​ສຳ​ຮອງ ຂຶ້ນ​ເປັນ​ສະ​ມາ​ຊິກ​ພັກ​ສົມ​ບູນ ຂອງແຕ່ລະໜ່ວຍພັກ ຫຼັງຈາກນັ້ນ ສະຫາຍ ປະທານຂຶ້ນ​ມອບ​ມະ​ຕິ​ຕົກ​ລົງ ພ້ອມດ້ວຍເລຂາໜ່ວຍພັກ ຂຶ້ນ​​ຮັບ​ຮອງ​ເອົາ​ສະ​ມາ​ຊິກ​ພັກ​ສໍາຮອງ ແລະ ສະມາຊິກພັກສົມ​ບູນໃໝ່. ໃນໂອກາດດຽວກັນ ສະຫາຍ ປະທານໄດ້ໃຫ້ກຽດໂອ້​ລົມ​ຕໍ່​ສະ​ມາ​ຊິກ​ພັກສໍາຮອງ ແລະ ສະຫາຍສະມາຊິກພັກໃໝ່ ໂດຍເນັ້ນໜັກໃຫ້ສະມາຊິກພັກແຕ່ລະສະຫາຍ ເຊື່ອມຊືມຕໍ່ແນວທາງນະໂຍບາຍ, ກົດລະບຽບ ຂອງພັກປະຊາຊົນປະຕິວັດລາວ ແລະ ປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More