Modern technology gives us many things.

ສຕສ ແລະ ລາຍລາວແລັບ ຮ່ວມລົງນາມ ສະໜັບສະໜູນ ແລະ ພັດທະນາຊັບພະຍາກອນດິຈິຕອນ ຢູ່ ສປປ ລາວ

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ບໍລິສັດ ລາຍລາວແລັບ ໄອຊີທີ ໂຊລູເຊິນ ຈໍາກັດ ໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອເປັນການສະໜັບສະໜູນ ແລະ ພັດທະນາຊັບພະຍາກອນດິຈິຕອນຮ່ວມກັນ. ພິທີລົງນາມບົດບັນທຶກດັ່ງກ່າວ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 30 ມິຖຸນາ 2023, ທີ່ຫ້ອງປະຊຸມ ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.

ຈຸດປະສົງກໍເພື່ອສະແດງໃຫ້ເຫັນເຖິງບູລິມະສິດອັນຮີບດ່ວນຂອງລັດຖະບານ ໃນການຫັນເປັນທັນສະໄໝ ເປັນຕົ້ນແມ່ນ: ການພັດທະນາຊັບພະຍາກອນດິຈິຕອນ ທີ່ປະກອບດ້ວຍ ການສ້າງຫຼັກສູດໄລຍະສັ້ນ ແລະ ໄລຍະຍາວ ທາງດ້ານໄອຊີທີ, ຈັດຝຶກອົບຮົມໃຫ້ແກ່ພະນັກງານຄູອາຈານ, ນັກສຶກສາ ແລະ ໃຫ້ແກ່ພາກສ່ວນພາຍນອກ ທີ່ມີຄວາມສົນໃຈຕ້ອງການຍົກລະດັບທັກສະຄວາມຮູ້ທາງດ້ານດິຈິຕອນ; ຮ່ວມມືກັນຄົ້ນຄວ້າທາງດ້ານວິຊາການ ແລະ ການນໍາໃຊ້ເຕັກໂນໂລຊີ, ຮ່ວມກັນຈັດງານແຂ່ງຂັນຂຽນໂປຣແກຣມລະດັບປະເທດ ເພື່ອສ້າງຄວາມເຂັ້ມແຂງໃນການພັດທະນາ ໄອຊີທີ ໃຫ້ຫຼາຍຂຶ້ນ, ຮ່ວມກັນຈັດງານຜະລິດຕະພັນດ້ານໄອຊີທີ ໃນລະດັບສະຖາບັນການສຶກສາ, ລະດັບປະເທດ, ພາກພື້ນ ແລະ ສາກົນ, ສະໜັບສະໜູນການຝຶກງານແກ່ນັກສຶກສາ, ຮ່ວມມືກັນຄົ້ນຄວ້າຊອກຫາແຫຼ່ງທຶນ ເພື່ອສະໜັບສະໜູນຂອບວຽກການຮ່ວມມືຂອງສອງຝ່າຍ ທີ່ໄດ້ຕົກລົງກັນໃນແຕ່ລະໄລຍະ, ສົ່ງເສີມນັກສຶກສາສະຖາບັນ ຕສ ທີ່ຈົບໃໝ່ ໃຫ້ມີວຽກເຮັດງານທຳ.

ລົງນາມໃນບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ໂດຍ ທ່ານ ປອ. ປະດັບໄຊ ໄຊຍະໂຄດ ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ວັນນະພາ ສຸດທິວົງ ຫົວໜ້າ ບໍລິສັດ ລາຍລາວແລັບ ໄອຊີທີ ໂຊລູເຊິນ ຈໍາກັດ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຄີພິຍານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຫົວໜ້າຫ້ອງການ, ກົມ, ສູນ, ສະຖາບັນ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More