Modern technology gives us many things.

ປອ ອາຣົມຮັກ ໄຊໄຊະນະສົງຄາມ ເຂົ້າຮ່ວມກອງປະຊຸມແລກປ່ຽນດ້ານວິຊາການ, ການຮ່ວມມືໃນວຽກງານຝຶກອົບຮົມ-ແລກປ່ຽນນັກສຶກສາ-ຄູອາຈານ ທີ່ ມະຫາວິທະຍາໄລເຄໂອ ປະເທດຍີ່ປຸ່ນ

ໃນລະຫວ່າງວັນທີ 8-18 ທັນວາ 2023 ໂດຍການເຊື້ອເຊີນຂອງມະຫາວິທະຍາໄລເຄໂອ ປະເທດຍີ່ປຸ່ນ, ພາຍໃຕ້ໂຄງການ EBA (Evidence Based Approach) ປອ ອາຣົມຮັກ ໄຊໄຊະນະສົງຄາມ ຕາງໜ້າ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນດ້ານວິຊາການ, ການຮ່ວມມືໃນວຽກງານຝຶກອົບຮົມ-ແລກປ່ຽນນັກສຶກສາ-ຄູອາຈານ ແລະ ຂຶ້ນຫ້ອງບັນຍາຍໃຫ້ນັກສຶກສາປະລິນຍາຕີ ແລະ ປະລິນຍາໂທ ທີ່ມະຫາວິທະຍາໄລດັ່ງກ່າວ ເພື່ອແລກປ່ຽນຂໍ້ມູນ ແລະ ຄວາມຄິດກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ສປປລາວ ໂດຍສະເພາະສະພາບການຫັນເປັນທັນສະໄໝ ແລະ ການນຳໃຊ້ເຕັກໂນໂລຊີດິຈິຕອນໃນການພັດທະນາ ສປປລາວ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More