Modern technology gives us many things.

ສໍາເລັດກອງປະຊຸມໃຫຍ່ຄັ້ງທີ II ຂອງກໍາມະບານຮາກຖານ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

ຄັ້ງວັນທີ 29 ກຸມພາ 2024, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ສໍາເລັດກອງປະຊຸມໃຫຍ່ຄັ້ງທີ II ຂອງກໍາມະບານຮາກຖານ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ກອງປະຊຸມໄດ້ຮັບຮອງເອົາບົດລາຍງານການເມືອງ, ບົດສໍາຫຼວດການນໍາພາ, ທິດທາງລວມ ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ, ມອບໃບຍ້ອງຍໍໃນການປະກອບສ່ວນເຄື່ອນໄຫວວຽກງານພັດທະນາກໍາມະບານດີເດັ່ນປະຈໍາປີໃຫ້ ສະຫາຍ ທີ່ມີຜົນງານດີເດັ່ນ ພ້ອມນີ້ກອງປະຊຸມຍັງໄດ້ເລືອກຕັ້ງເອົາຄະນະກໍາມະບານຮາກຖານ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຊຸດໃໝ່

 ໃນໂອກາດດຽວກັນ ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຄໍາໄມ ແພງວົງສາ ຮອງປະທານ, ປະທານກວດກາສະຫະພັນກໍາມະບານ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຊິ່ງ ສະຫາຍ ໄດ້ຍົກໃຫ້ເຫັນ ຂໍ້ດີ, ຂໍ້ຄົງຄ້າງ ແລະ ວິທີແກ້ໄຂໃນຕໍ່ໜ້າ ພ້ອມທັງຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນກອງປະຊຸມຄັ້ງນີ້.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More