Modern technology gives us many things.

ພິທີ ມອບ-ຮັບ ແລະ ເປີດນໍາໃຊ້ ຢ່າງເປັນທາງການ ໂຄງການຊ່ວຍເຫຼືອກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຢູ່ເຂດບ້ານວັດນາກ, ເມືອງສີສັດຕະນາກ, ແຂວງ ນະຄອນຫລວງວຽງຈັນ

ໃນວັນທີ 20 ພຶດສະພາ 2024 ໄດ້ຈັດພິທີມອບ-ຮັບ ແລະ ເປີດນໍາໃຊ້ ຢ່າງເປັນທາງການ ໂຄງການຊ່ວຍເຫຼືອກໍ່ສ້າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຢູ່ບ້ານວັດນາກ, ເມືອງສີສັດຕະນາກ, ແຂວງ ນະຄອນຫລວງວຽງຈັນ, ຕາງໜ້າມອບໂດຍທ່ານ ຫວາງຊາງ ອຸປະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນໍາວຽກງານຮ່ວມມື ລາວ-ຈີນ, ພ້ອມດ້ວຍລັດຖະມົນຕີ, ທີ່ປຶກສາດ້ານເສດຖະກິດການຄ້າ ສປ. ຈີນ ປະຈຳ ສປປ ລາວ, ຫົວໜ້າກົມ, ຮອງກົມ, ບັນດາກຸ່ມບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງຝ່າຍລາວ ແລະ ຈີນ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ປອ. ປະດັບໄຊ ໄຊຍະໂຄດ ຫົວຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຫົວໜ້າຄະນະຄຸ້ມຄອງໂຄງການຝ່າຍລາວ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ລາຍງານໃຫ້ຮູ້ວ່າ: ໂຄງການຊ່ວຍເຫຼືອກໍ່ສ້າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແມ່ນໂຄງການທີ່ມີຄວາມໝາຍຄວາມສໍາຄັນຫຼາຍ ໃນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດທາງດ້ານດິຈິຕອນ ໂດຍສະເພາະການສ້າງ ແລະ ຝຶກອົບຮົມພະນັກງານວິຊາການ ຮັບໃຊ້ວຽກງານ ໄອຊີທີ ຂອງ ສປປ ລາວ. ສະນັ້ນ, ການນຳຂັ້ນສູງຂອງສອງລັດຖະບານ ແຫ່ງ ສປປ ລາວ ແລະ ສປ. ຈີນ ຈຶ່ງໄດ້ຕົກລົງເຫັນດີ ກໍານົດເອົາ ແຜນການຊ່ວຍເຫຼືອກໍ່ສ້າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເປັນຍຸດທະສາດໜຶ່ງ ທີ່ສຳຄັນ ເພື່ອປະກອບເຂົ້າ ໃນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ແບບຄົບວົງຈອນ ໃຫ້ແກ່ໂຄງການຊ່ວຍເຫຼືອກໍ່ສ້າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ທັງເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມ ຊະຕາກຳສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຍິ່ງຂຶ້ນ.
ໂຄງການຊ່ວຍເຫຼືອກໍ່ສ້າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແມ່ນໂຄງການສໍາຄັນຂອງຍຸດທະສາດໃນຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ແມ່ນໂຄງການຕົວແບບທໍາອິດໃນ ສປປ ລາວ ທີ່ມີຄວາມໝາຍ ຄວາມສໍາຄັນອີກໜຶ່ງໂຄງການ ດ້ວຍຮູບແບບຝ່າຍລາວເປັນຜູ້ຈັດຕັ້ງປະຕິບັດເອງໃນການຄັດເລືອກເອົາບໍລິສັດຮັບເໝົາໂຄງການ ຈາກບັນຊີບໍລິສັດຈີນ ໂດຍຜ່ານຮູບແບບການປະມູນເພື່ອມາຮັບຜິດຊອບ ອອກແບບໂຄງການ ແລະ ຄັດເລືອກເອົາບໍລິສັດຮັບເໝົາຫຼັກ. ໂຄງການດັ່ງກ່າວໄດ້ລິເລີ່ມເກັບກໍາຂໍ້ມູນ ແລະ ສໍາຫຼວດສຶກສາຄວາມເປັນໄປໄດ້ໂດຍ ສະຖາບັນອອກແບບ ວິສະວະກໍາເອເລັກໂຕຣນິກ ສປ. ຈີນ ໃນຕົ້ນປີ 2019, ໂຄງການໄດ້ສຳເລັດການເຊັນສັນຍາກັບຜູ້ຮັບເໝົາກໍ່ສ້າງຄື ກຸ່ມບໍລິສັດກໍ່ສ້າງທາງລົດໄຟແຫ່ງປະເທດຈີນ ຈໍາກັດ (China Railway Construction Group Co., Ltd) ໃນວັນທີ 11 ມີນາ 2022.
ໂຄງການຊ່ວຍເຫຼືອກໍ່ສ້າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ເປັນໂຄງການກໍ່ສ້າງອາຄານສູນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຂຶ້ນກັບສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເປັນອາຄານ 5 ຊັ້ນ ຈຳນວນ 1 ຫຼັງ ໂດຍມີເນື້ອທີ່ໃຊ້ສອຍທັງໝົດ 5,524.56 ຕາແມັດ ປະກອບດ້ວຍ ຫ້ອງຮຽນທຳມະດາ, ຫ້ອງຮຽນທັນສະໄໝ, ຫ້ອງທົດລອງ, ຫ້ອງການ, ຫ້ອງສະໝຸດ, ຫ້ອງປະຊຸມໃຫຍ່ ເປັນຕົ້ນ. ໃນອາຄານແມ່ນປະກອບດ້ວຍອຸປະກອນການຮຽນ-ການສອນ, ອຸປະກອນຫ້ອງທົດລອງ ແລະ ສິ່ງອຳນວຍຄວາມສະດວກໃນການສອບເສັງທາງໄກ. ການກໍ່ສ້າງ ແລະ ຕິດຕັ້ງ ອຸປະກອນທັງໝົດ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດໂຄງການແຕ່ວັນທີ 24 ມີນາ 2022 ແລະ ສຳເລັດການກໍ່ສ້າງໃນວັນທີ 20 ມັງກອນ 2024 ທີ່ຜ່ານມານີ້. ພາຍຫຼັງໂຄງການລິເລີ່ມການກໍ່ສ້າງພະນັກງານຄູອາຈານໄດ້ຮັບການຝຶກອົບຮົມ ແລະ ສອບເສັງວັດລະດັບ ໃນບັນດາຫຼັກສູດ ໄອຊີທີ ເພື່ອກຽມພ້ອມຮອງຮັບໃນການເປີດສູນແຫ່ງນີ້. ພ້ອມນັ້ນ, ຜູ້ບໍລິຫານລະດັບສູງ 20 ທ່ານ ກໍ່ໄດ້ຮັບເຊີນເຂົ້າຮ່ວມການຝຶກອົບຮົມ ‘ຜູ້ບໍລິຫານຂັ້ນສູງ’ ທີ່ ສປ. ຈີນ ເປັນເວລາ 5 ວັນອີກດ້ວຍ. ໂຄງການດັ່ງກ່າວມີໄລຍະເວລາການຮັບປະກັນໂຄງການ ທັງໝົດ 2 ປີ, ເພື່ອຮັບປະກັນຄວາມຍືນຍົງຂອງໂຄງການ ຜູ້ຮັບເໝົາໂຄງການຈະຊ່ວຍໃນການຝຶກອົບຮົມດ້ານການ ດຳເນີນງານ ແລະ ບຳລຸງຮັກສາເປັນເວລາ 1 ປີ ຫຼັງຈາກມອບຮັບໂຄງການ, ອີກ 1 ປີ ຝ່າຍລາວ ຫຼື ເຈົ້າຂອງໂຄງການຈະເປັນຜູ້ຮັບຜິດຊອບຫຼັກໃນການດຳເນີນງານ ແລະ ຈັດຕັ້ງການ ສູນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈະໄດ້ຈັດການຮຽນ-ການສອນທາງດ້ານໄອຊີທີ ໃນຫຼາຍຫຼັກສູດຝຶກອົບຮົມໄລຍະສັ້ນ ແລະ ຫຼັກສູດໄລຍະຍາວ ຫຼາຍສາຂາວິຊາໃນລະດັບວິຊາຊີບ ຊັ້ນສູງ ແລະ ປະລິນຍາຕີ ເຊັ່ນ: ສາຂາວິສະວະກໍາເຕັກໂນໂລຊີຂໍ້ມູນຂ່າວສານ, ສາຂາວິສະວະກໍາເຕັກໂນໂລຊີການສື່ສານ, ສາຂາວິສະວະກໍາຄວາມປອດໄພໄຊເບີ, ສາຂາວິສະວະກໍາບໍລິຫານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ສາຂາວິສະວະກໍາເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ໃນອະນາຄົດອັນໃກ້ນີ້ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈະໄດ້ສ້າງເພີ່ມອີກຫຼາຍໆສາຂາວິຊາ ເຊັ່ນ: ບໍລິຫານເຊີເວີ, ໂລຈິສຕິກ, ການຄ້າເອເລັກໂຕຣນິກ, ປັນຍາປະດິດ ແລະ ອື່ນໆ ເພື່ອປະກອບສ່ວນເຂົ້າໃນວຽກງານການຫັນເປັນດິຈິຕອນ ຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ແມ່ນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດທາງດ້ານດິຈິຕອນໃຫ້ແຕ່ລະຂະແໜງການຕ່າງໆ ໃນຕໍ່ໜ້າ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More