ວິສະວະກຳເຕັກໂນໂລຊີຂໍ້ມູນຂ່າວສານ
ພາສາລາວ: ຫຼັກສູດຊັ້ນສູງວິສະວະກຳເຕັກໂນໂລຊີຂໍ້ມູນຂ່າວສານ
ພາສາອັງກິດ: Higher Curriculum of Information Technology Engineering.
- ສາມາດສື່ສານໂດຍໃຊ້ພາສາລາວ ແລະ ພາສາຕ່າງປະເທດເຂົ້າໃນອາຊີບປະຈຳວັນ.
- ສາມາດພັດທະນາອາຊີບ ແລະ ແກ້ໄຂບັນຫາໄດ້ໂດຍການນຳໃຊ້ວິທະຍາສາດເຕັກໂນໂລຊີ.
- ສາມາດເປັນຜູ້ບໍລິຫານ ຫຼື ເປັນຜູ້ວາງແຜນການຕິດຕັ້ງສ້ອມແປງ, ບຳລຸງຮັກສາອຸປະກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ.
- ເຂົ້າໃຈຫຼັກການ ຫຼື ຂັ້ນຕອນການປະຕິບັດວຽກການຕິດຕັ້ງ, ແກ້ໄຂບັນຫາ, ການບຳລຸງຮັກສາຊັບພະຍາກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ.
- ມີທັກສະໃນການແກ້ໄຂບັນຫາ ແລະ ການວາງແຜນສ້າງລະບົບເຄືອຂ່າຍ, ລະບົບເຕັກໂນໂລຊີຂໍ້ມູນຂ່າວ ສານ.
ຄຸນວຸດທິ ແລະ ນາມມະຍົດ
- ຜູ້ທີ່ຮຽນຈົບຕາມຫຼັກສູດນີ້ຈະໄດ້ຮັບນາມມະຍົດເປັນນັກວິສະວະກອນດ້ານ ເຕັກໂນໂລຊີຂໍ້ມູນຂ່າວສານລະດັບຊັ້ນສູງ.
ລະດັບຄວາມສາມາດ:
- ສາມາດສື່ສານໂດຍໃຊ້ພາສາລາວ ແລະ ພາສາຕ່າງປະເທດ ໃນລະດັບໃດໜື່ງທີ່ແນ່ນອນ.
- ສາມາດຄົ້ນຄວ້ານຳໃຊ້ໂປຣແກຣມ, ອຸປະກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນວຽກງານຕົວຈິງໃນປັດຈຸບັນ ແລະ ອະນາຄົດ.
- ສາມາດຕິດຕັ້ງ, ສ້ອມແປງ, ແກ້ໄຂບັນຫາ ແລະ ການບຳລຸງຮັກສາຊັບພະຍາກອນເຄືອຂ່າຍໃຫ້ຖືກຕ້ອງຕາມຫລັກການ.
- ສາມາດປະຕິບັດວຽກງານການປ້ອງກັນບໍ່ໃຫ້ລະບົບເປ່ເພ, ເສຍຫາຍ ແລະ ປ້ອງກັນຄວາມປອດໄພໃນເວ ລາປະຕິບັດງານ.
- ສາມາດປະກອບອາຊີບການຕິດຕັ້ງສ້ອມແປງອຸປະກອນເຄືອຂ່າຍ ແລະ ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ.
- ສາມາດສະໝັກເຂົ້າເຮັດວຽກງານດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ຫຼື ສະໝັກເຮັດວຽກຢູ່ນຳບັນດາອົງການຈັດຕັ້ງລັດ, ບໍລິສັດ, ລັດວິສາຫະກິດ, ອົງການຈັດຕັ້ງສາກົນ ແລະ ເອກະຊົນຕ່າງໆ.