Modern technology gives us many things.

ພິທີປິດການແຂ່ງຂັນກິລາເຕະບານຊາຍຊິງຂັນຫົວໜ້າ ສະຖາບັນເຕັກໂໍນໂລຊີການສື່ສານຂໍ້ມູນຂ່າວສານ

ການແຂ່ງຂັນກິລາບານເຕະຊາຍຊິງຂັນຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ເລີ່ມແຂ່ງຂັນຕັ້ງແຕ່ວັນທີ 20 ມີນາ ທີ່ຜ່ານມາ ຊຶ່ງມີຈຸດປະສົງເພື່ອສ້າງຂະບວນການກິດຈະກຳກິລາເພື່ອສຸຂະພາບ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ(13 ມີນາ) ຄົບຮອບ 58 ປີ ທີ່ຜ່ານມາ ທັງເປັນການສ້າງຄວາມສາມັກຄີຮັກແພງ ລະຫວ່າງ ຄູ-ອາຈານ, ນັກສຶກສາ, ອາດີດນັກສຶກສາ ເພື່ອສ້າງມິດຕະພາບ ແລະ ຮັດແໜ້ນການພົວພັນ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາບໍລິສັດອ້ອມຂ້າງ ຊຶ່ງມີທີມທີ່ເຂົ້າຮ່ວມທັງໝົດ 08 ພາກສ່ວນ.

ພິທີປິດການແຂ່ງຂັນກິລາ ໄດ້ຈັດຂຶ້ນໃນຕອນແລງວັນທີ 29 ມີນາ 2023 ທີ່ຜ່ານມານີ້, ທີ່ເດີ່ນກິລາ New Arena ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສາຍຝົນ ບຸດຈັນທະລາດ, ຫົວໜ້າ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ນັກກິລາແຕ່ລະທີມເຂົ້າຮ່ວມ.
ການແຂ່ງຂັນນັດຊິງຊະນະເລີດ ເປັນການພົບກັນລະຫວ່າງ ທີມ ລາວໂທລະຄົມ ພົບກັບ ທີມ ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຜົນການແຂ່ງຂັນແມ່ນ ລາວໂທລະຄົມເອົາຊະນະດ້ວຍຄະແນນ 4-3 ປະຕູ ແລະ ການແຂ່ງຂັນຊິງອັນດັບ 03 ລະຫວ່າງ ທີມອົງການດັດສົມໂທລະຄົມ ພົບກັບ ທີມ ນັກສຶກສາພາກຄ່ຳ ຜົນການແຂ່ງຂັນແມ່ນ ນັກສຶກສາພາກຄໍ່າເອົາຊະນະທີມອົງການດັດສົມໂທລະຄົມມະນາຄົມ 5-3 ປະຕູ..
ສະຫຼຸບການແຂ່ງຂັນຄັ້ງນີ້:

  • ລາງວັນຊະນະເລີດໄດ້ແກ່ທີມ ລາວໂທລະຄົມມະນາຄົມ ໄດ້ຮັບຂັນລາງວັນ 01 ໜ່ວຍ,
  • ຮອງຊະນະເລີດອັນດັບ 1 ໄດ້ແກ່ ທີມ ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮັບຂັນລາງວັນ 01 ໜ່ວຍ,
  • ລາງວັນຮອງຊະນະເລີດອັນດັບ 2 ໄດ້ແກ່ ທີມ ນັກສຶກສາພາກຄ່ຳ ໄດ້ຮັບຂັນ 01 ໜ່ວຍ
  • ອັນດັບທີ 4 ໄດ້ແກ່ທີມ ອົງການດັດສົມໂທລະຄົມ.

ການແຂ່ງຂັນກິລາບານເຕະຊາຍຊິງຂັນຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ເລີ່ມແຂ່ງຂັນຕັ້ງແຕ່ວັນທີ 20 ມີນາ ທີ່ຜ່ານມາ ຊຶ່ງມີຈຸດປະສົງເພື່ອສ້າງຂະບວນການກິດຈະກຳກິລາເພື່ອສຸຂະພາບ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ(13 ມີນາ) ຄົບຮອບ 58 ປີ ທີ່ຜ່ານມາ ທັງເປັນການສ້າງຄວາມສາມັກຄີຮັກແພງ ລະຫວ່າງ ຄູ-ອາຈານ, ນັກສຶກສາ, ອາດີດນັກສຶກສາ ເພື່ອສ້າງມິດຕະພາບ ແລະ ຮັດແໜ້ນການພົວພັນ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາບໍລິສັດອ້ອມຂ້າງ ຊຶ່ງມີທີມທີ່ເຂົ້າຮ່ວມທັງໝົດ 08 ພາກສ່ວນ.

ຂໍຂອບໃຈ ບົດຂ່າວຈາກ ພຸດດາວອນ

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More