Modern technology gives us many things.

ເປີດຊຸດຮຽນພາສາຫວຽດນາມຄັ້ງທີ 1 ທີ່ສູນພາສາຫວຽດນາມ ມິດຕະພາບ UCL-IICT

ໃນວັນທີ 04 ເມສາ 2023, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ(ເຂດຫຼັກ 03) ໄດ້ມີພິທີເປີດຊຸດຮຽນພາສາຫວຽດນາມຄັ້ງທີ 1 ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ເຈິນ ວັນ ຕຸງ (Trần Văn Tùng), ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ສສ ຫວຽດນາມ, ທ່ານ ປອ. ນ. ສີສຸກ ວົງວິຈິດ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ເລືອງ ມິງ ກື (Lương Minh Cừ), ອະທິການບໍດີ ມະຫາວິທະຍາໄລ ກິວລອງ, ມີຜູ້ຕາງໜ້າຈາກບັນດາ ສູນ, ກົມ, ສະຖາບັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ສາຍຝົນ ບຸດຈັນທະລາດ, ຫົວໜ້າສະຖາບັນເຕັກໂນໂລຊີຂໍ້ມູນຂ່າວສານການສື່ສານ ກ່າວວ່າ: ການເປີດຊຸດຮຽນພາສາຫວຽດນາມ ຊຸດທີ່ 1 ຄັ້ງນີ້ ເປັນໜຶ່ງໃນກິດຈະກຳທີ່ນອນຢູ່ໃນງານ Tech Innovation ຂອງ ສປປ ລາວ ແລະ ສສ ຫວຽດນາມ. ຊຶ່ງສູນພາສາຫວຽດນາມ ມິດຕະພາບ UCL-IICT ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 29 ກັນຍາ 2022 ທີ່ຜ່ານມາ ພາຍໃຕ້ສັນຍາຮ່ວມມືສອງຝ່າຍ ລະຫວ່າງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ມະຫາວິທະຍາໄລ ກິວລອງ ເພື່ອຮ່ວມກັນກໍ່ສ້າງ ແລະ ຍົກລະດັບຄວາມຮູ້ດ້ານພາສາຫວຽດນາມໃຫ້ແກ່ນັກຮຽນ, ນັກສຶກສາ, ພະນັກງານ, ທະຫານ, ຕໍາຫລວດ ແລະ ບຸກຄົນທົ່ວໄປ ທັງຄົນລາວ ແລະ ຕ່າງປະເທດ ທີ່ສົນໃຈຮຽນຮູ້ພາສາ ຫວຽດນາມ.

ຊຶ່ງການຮຽນພາສາຫວຽດນາມແມ່ນຊ່ວຍໃຫ້ຜູ້ທີ່ມີຄວາມຕ້ອງການໄປສຶກສາຕໍ່ລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ທີ່ ສສ ຫວຽດນາມ ແມ່ນສາມາດເຂົ້າຮຽນໄດ້ໃນສູນແຫ່ງນີ້ ແລະ ພາຍຫຼັງສຳເລັດການຮຽນແມ່ນຈະໄດ້ຮັບໃບປະກາດ ທີ່ຮັບຮອງຈາກກະຊວງ ສຶກສາ ແລະ ກໍ່ສ້າງ ຂອງ ສສ ຫວຽດນາມ ແລະສາມາດຍື່ນເຂົ້າຮຽນຕາມວິຊາສະເພາະໄດ້ໂດຍກົງ ໂດຍບໍ່ຕ້ອງໄປຜ່ານການຮຽນກຽມພາສາຕື່ມອີກ.

ທ່ານໄດ້ກ່າວຕື່ມວ່າ: ຊຸດຮຽນພາສາຫວຽດນາມຊຸດທີ 1 ຄັ້ງນີ້ ມີຜູ້ສະໝັກເຂົ້າຮຽນທັງໝົດ 45 ຄົນ ຊື່ງພວກເຮົາໄດ້ອອກແຈ້ງການເປີດຮັບສະໝັກໃຫ້ຜູ້ທີ່ສົນໃຈ ທັງນັກສຶກສາ, ພະນັກງານ, ທະຫານ, ຕໍາຫລວດ ແລະ ບຸກຄົນທົ່ວໄປ ທັງຄົນລາວ ແລະ ຕ່າງປະເທດ ທີ່ສົນໃຈຮຽນຮູ້ພາສາຫວຽດນາມ ນັບຕັ້ງແຕ່ກາງເດືອນມີນາ ມາເຖິງ ວັນທີ 27 ມີນາ 2023. ການຮຽນຕົວຈິງແມ່ນໄດ້ແບ່ງອອກເປັນ 03 ຫ້ອງຄື: ຫ້ອງ 01 ຮຽນໃນເວລາ 17:00 ຫາ 20:00 ຂອງວັນຈັນ, ວັນພຸດ ແລະ ວັນສຸກ, ຫ້ອງ 02 ຮຽນໃນເວລາ 13:00 ຫາ 16:00 ຂອງ ວັນຈັນ, ວັນພຸດ ແລະ ວັນສຸກ ແລະ ຫ້ອງ 03 ຮຽນໃນເວລາ 09:00 ຫາ 16:00 ຂອງ ວັນເສົາ ແລະ ວັນອາທິດ ໂດຍແມ່ນອາຈານຈາກມະຫາວິທະຍາໄລ ກິວລອງ ມາສິດສອນໂດຍກົງ.

ຂ່າວຈາກ: ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More