Modern technology gives us many things.

ກອງປະຊຸມສໍາມະນາເຜີຍແຜ່ນິຕິກໍາການປະເມີນລັດຖະກອນຄູ

ໃນວັນທີ 29 ສິງຫາ 2023, ທີ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ) ໄດ້ຈັດກອງປະຊຸມສໍາມະນາເຜີຍແຜ່ນິຕິກໍາການປະເມີນລັດຖະກອນຄູ. ໂດຍເປັນປະທານຮ່ວມລະຫວ່າງ ທ່ານ ນາງ ວັນນາ ພົມມະວົງ ຮອງຫົວໜ້າສະຖາບັນ ຕສ ແລະ ທ່ານ ອິນທະນົງ ມະນີທອງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງ ສຶກສາທິການ ແລະ ກິລາ ພ້ອມຄະນະ,ມີຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ,​ຄະນະນໍາ ແລະ ພະນັກງານ ຄູ-ອາຈານ ສະຖາບັນເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງກອງປະຊຸມສໍາມະນາຄັ້ງນີ້ແມ່ນຮັບຟັງການເຜີຍແຜ່ນິຕິກໍາການປະເມີນລັດຖະກອນຄູ ແລະ ແລກປ່ຽນຄໍາຄິດ ຄໍາເຫັນຈາກຄະນະກົມຈັດຕັ້ງ-ພະນັກງານ ກະຊວງ ສຶກສາທິການ ແລະ ກິລາ.

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More