Modern technology gives us many things.

ໜ່ວຍສະຫະພັນແມ່ຍິງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈັດກອງປະຊຸມ ສຳມະນາໃນຫົວຂໍ້ ທີ່ຕິດພັນກັບ ເຕັກໂນໂລຊີ ໃນຍຸກປັດຈຸບັນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 68 ປີ (20 ກໍລະກົດ 1955 – 20 ກໍລະກົດ 2023)

ໜ່ວຍສະຫະພັນແມ່ຍິງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈັດກອງປະຊຸມ ສຳມະນາໃນຫົວຂໍ້ ທີ່ຕິດພັນກັບ ເຕັກໂນໂລຊີ ໃນຍຸກປັດຈຸບັນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 68 ປີ (20 ກໍລະກົດ 1955 – 20 ກໍລະກົດ 2023)

ໃນຕອນບ່າຍຂອງ ວັນທີ 29 ສິງຫາ 2023, ໜ່ວຍສະຫະພັນແມ່ຍິງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈັດກອງປະຊຸມ ສຳມະນາໃນຫົວຂໍ້ ທີ່ຕິດພັນກັບ ເຕັກໂນໂລຊີ ໃນຍຸກປັດຈຸບັນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 68 ປີ (20 ກໍລະກົດ 1955 – 20 ກໍລະກົດ 2023), ທີ່ຫ້ອງປະຊຸມ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ທ່ານ ປອ ປະດັບໄຊ ໄຊຍະໂຄດ ແລະ ມີຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງ, ຄະນະໜ່ວຍສະຫະພັນແມ່ຍິງ, ຕາງໜ້າ 2 ອົງການຈັດຕັ້ງ ມະຫາຊົນ, ບັນດາທ່ານແຂກທີ່ມີກຽດ, ເອື້ອຍນ້ອງແມ່ຍິງ ສຕສ, ທ່ານ ນາງ ພອນທິດາ ບຸດຕະຍະວົງ, ທ່ານ ຄຳປະເສີດ ຊາພັກດີ ນັກວິທະຍາກອນຈາກ ບໍລິສັດ ຮົວເວ້ ເທັກໂນໂລຢີ (ລາວ) ຈຳກັດຜູ້ດຽວ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ, ທ່ານ ປອ ປະດັບໄຊ ໄຊຍະໂຄດໄດ້ກ່າວວ່າ: ປັດຈຸບັນ, ເຕັກໂນໂລຊີດິຈິຕອນ ມີການພັດທະນາຢ່າງກ້າວກະໂດດ ແລະ ໄດ້ກາຍເປັນເຄື່ອງມືທີ່ສຳຄັນໃຫ້ແກ່ການເຄື່ອນໄຫວ, ການດຳລົງຊີວິດຂອງມວນມະນຸດເຮົາ ໃຫ້ມີຄວາມສະດວກສະບາຍ ແລະ ເປັນປັດໃຈທີ່ສໍາຄັນໃຫ້ແກ່ ລັດຖະບານຂອງຫຼາຍປະເທດ ນຳໃຊ້ເຂົ້າໃນວຽກງານບໍລິຫານ ບໍລິການສັງຄົມ.  ນອກຈາກນັ້ນ, ສປປ ລາວ ໄດ້ມີວິໄສທັດຫັນເປັນເສດຖະກິດດິຈິຕອນ ໄລຍະ 20ປີ (2021-2040), ແຜນຍຸດທະສາດເສດຖະກິດດິຈິຕອນ ໄລຍະ 10 ປີ (2021-2030) ແລະ ແຜນການຫັນເປັນເສດຖະກິດດິຈິຕອນ ໄລຍະ 5ປີ (2021-2025) ຊຶ່ງໄດ້ປະກອບມີ 3 ເສົາຄ້ຳຄື: ເສດຖະກິດດິຈິຕອນ, ສັງຄົມດິຈິຕອນ ແລະ ລັດຖະບານດິຈິຕອນ.

ຈຸດປະສົງການໃນການຈັດກອງປະຊຸມຂອງກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 68 ປີ (20 ກໍລະກົດ 1955 – 20 ກໍລະກົດ 2023)

ໃນກອງປະຊຸມສຳມະນາດັ່ງກ່າວ ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ໃນຫົວຂໍ້ກ່ຽວກັບ “5G Strategy gear up Digital Laos” ຈາກນັກວິທະຍາກອນຈາກ ບໍລິສັດ ຮົວເວ້ ເທັກໂນໂລຢີ (ລາວ) ຈຳກັດ. ພ້ອມນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ ໃຫ້ຄວາມສົນໃຈກ່ຽວກັບການພັດທະນາຂອງເຕັກໂນໂລຊີ ນະວັດຕະກຳ 5G ຢ່າງກ້າວກະໂດດ ແລະ ຍັງໄດ້ມີການສອບຖາມ ແລກປ່ຽນ, ຖອດຖອນບົດຮຽນກ່ຽວກັບເຕັກໂນໂລຊີອີກດ້ວຍ.
ບົດຂ່າວໂດຍ: ໜ່ວຍສະຫະພັນແມ່ຍິງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

This website uses cookies to improve your experience. We'll assume you're ok with this, but you can opt-out if you wish. Accept Read More