ພິທີມອບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາຮຸ່ນທີ 39 ທີ່ຈົບການສຶກສາລະດັບຊັ້ນສູງ
ໃນຕອນເຊົ້າຂອງວັນທີ 1 ກັນຍາ 2023, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີມອບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາຮຸ່ນທີ 39 ທີ່ຈົບການສຶກສາລະດັບຊັ້ນສູງ ໃນຂະແໜງວິສະວະກຳເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ວິສະວະກຳເຕັກໂນໂລຊີການສື່ສານຈຳນວນທັງໝົດ 99 ຄົນ, ຍິງ 49 ຄົນ. ໃຫ້ກຽດເປັນປະທານ ແລະ ມອບໃບປະກາສະນີຍະບັດໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ.
![](https://iict.gov.la/wp-content/uploads/2023/09/image.png)
ພ້ອມນັ້ນຄະນະນຳສະຖາບັນ ນຳໂດຍ ທ່ານ ປອ. ປະດັບໄຊ ໄຊຍະໂຄດ ຮັກສາການຫົວໜ້າ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຄະນະພັກ, ຄະນະກົມກະຊວງເຕັກໂນໂລຊີ ແລະ ການສື່ສານ, ຄູອາຈານ-ພະນັກງານ ແລະ ນັກສຶກສາ ກໍ່ໄດ້ເຂົ້່່ຮ່ວມຊົມເຊີຍສັນລະເສີນ ຜົນສຳເລັດໃນຄັ້ງນີ້ ຢ່າງພ້ອມໜ້າ. ພາຍໃນງານ, ທ່ານ ປອ. ປະດັບໄຊ ໄຊຍະໂຄດ ໄດ້ກ່າວລາຍງານໝາກຜົນການຈັດຕັ້ງປະຕິບັດວຽກງານການຮຽນ-ການສອນຕະຫຼອດໄລຍະ 1 ປີທີ່ຜ່ານມາ ແລະ ແຜນປະຕິບັດວຽກງານໃນ 1 ປີຕໍ່ໜ້າ ຂອງ ສະຖາບັນ.
ສຸດທ້າຍ, ພາຍໃນງານຍັງໄດ້ຮັບຄຳໂອວາດຈາກ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ມີເນື້ອໃນເລິກເຊິ່ງ ແລະ ມີຄວາມໝາຍຄວາມສຳຄັນສຳລັບສະຖາບັນ. ທ່ານ ລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງ ແກ່ນແທ້ຂອງວຽກງານການພັດທະນາບຸກຄະລາກອນ ໂດຍສະເພາະໃນຂະແໜງການເຕັກໂນໂລຊີ ແລະ ການສື່ສານ ເຊິ່ງ ຖືເປັນໜຶ່ງໝາກຫົວໃຈຫຼັກຂອງວຽກງານການຫັນເປັນດິຈິຕອນຂອງຊາດເຮົາ, ເຫັນໄດ້ເຖິງຄວາມສຳຄັນດັ່ງກ່າວ ທ່ານໄດ້ກ່າວເຖິງ ການຕັດສິນໃຈຂອງຄະນະນຳກະຊວງ ໃນການຍົກລະດັບສະຖາບັນ ໃຫ້ທຽບເທົ່າມະຫາວິທະຍາໄລ ໃນຕໍ່ໜ້າ. ພ້ອມນັ້ນ ທ່ານ ລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ບັນດານັກສຶກສາທີ່ຈົບໃໝ່ ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມ ແລະ ເອົາໃຈໃສ່ປະກອບສ່ວນຮອບດ້ານເຂົ້າໃນວຽກງານການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ບັນດາວຽກງານທີ່ຕິດພັນກັບການຫັນເປັນທັນສະໄໝ ໃນທຸກຂົງເຂດວຽກທີ່ຕົນເອງຈະຮັບຜິດຊອບ ໃນອະນາຄົດຕໍ່ໜ້າ.